ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີຢູ່ແຂວງດົ່ງທາບ

Chia sẻ
ໃນ​ຂອບ​ເຂດ​ກາ​ນປະຕິບັດ​ງານ​ຢູ່​​ແຂວງ​ດົ່ງທາ​ບ, ຕອນ​ເຊົ້າ​ວັນ​ທີ 12/6, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຢ້ຽມຢາມ ​ແລະ ຖະຫວາຍ​ທູບ​ທຽນ​ຢູ່​ເຂດ​ປູຊະນີຍະສະຖານທ່ານ​ ຫງວຽນ​ຊິງ​ຊັກ, ບິດາ​ຂອງ​ປະທານ ​ໂຮ່ຈີ​ມິນ
ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີຢູ່ແຂວງດົ່ງທາບ - ảnh 1
ທ່ານ ຫງວຽນ​ຊວນ​ຟຸກ ​ໄດ້​ລົງ​ຢ​້ຽມຢາມ​ສະຫະກ​ອນ ຊ່ວາຍໝີ​ເຊືອງ
(ພາບ: VGP/ກວາງຮ໋ຽວ)

(vovworld) –  ​ໃນ​ຂອບ​ເຂດ​ກາ​ນປະຕິບັດ​ງານ​ຢູ່​​ແຂວງ​ດົ່ງທາ​ບ, ຕອນ​ເຊົ້າ​ວັນ​ທີ 12/6, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຢ້ຽມຢາມ ​ແລະ ຖະຫວາຍ​ທູບ​ທຽນ​ຢູ່​ເຂດ​ປູຊະນີຍະສະຖານທ່ານ​ ຫງວຽນ​ຊິງ​ຊັກ, ບິດາ​ຂອງ​ປະທານ ​ໂຮ່ຈີ​ມິນ, ຢ້ຽມຢາມ​ບາງ​ຄອບຄົວ​​ເປົ້າ​ໝາຍ​ນະ​ໂຍບາຍ.

        ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວກັນ, ທ່ານ ຫງວຽນ​ຊວນ​ຟຸກ ​ໄດ້​ລົງ​ຢ​້ຽມຢາມ ​ແລ​ະ ສຳ​ຫຼວດ ບາງ​ຮູບ​ແບບ​ການຜະລິດ​ດຳ​ເນີນ​ທຸລະ​ກິດ​ໃນ​ບໍ​ລິ​ເວນ​ແຂວງ, ​ໃນ​ນັ້ນ​ມີ​ສະຫະກ​ອນ ຊ່ວາຍໝີ​ເຊືອງ, ຮູບ​ແບບ​ຜະລິດ​ຢູ່​ບໍລິສັດ​ຫຸ້ນ​ສ່ວນ ຫວິີງຮ່ວາງ, ​ເຊິ່ງ​ແມ່ນ​ບໍລິສັດ​​ໄດ້ຜະລິດ​ບັນດາ​ຜະລິດ​ຕະພັນ​​ເຕັກ​ໂນ​ໂລ​ຢີສູງ​ແມ່ນ Collagen ​ແລະ Gelatin ຈາກ​ໜັງ​ປາຈາ, ປາ​ບາ​ຊາ ນຳ​ມາ​ໃຫ້​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ສູງ​. ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ການ​ນຳ​ບໍລິສັດ​ມີ​ຄຸນ​ນະ​ທາດ, ກ້າ​ຄິດ​ກ້າ​ທຳ, ໝູນ​​ໃຊ້​ເຕັກ​ໂນ​ໂລ​ຢີ​ເພື່ອ​ຜະລິດ​ບັນດາ​ຜະລິດຕະພັນ​ມີ​ມຸນ​ຄ່າສູງ, ຈັດ​ຕັ້ງ​ການ​ຄຸ້ມ​ຄອງ​ເປັນ​ຢ່າງ​ດີ, ມີປະສິດທິ​ຜົນ​​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລິ​ກິດ.

        ຕອນ​ບ່າຍ, ທ່ານ ຫງວຽນ​ຊວນ​ຟຸກ ​ໄດ້​ເຮັດ​ວຽກກັບ​ການ​ນຳ​ແຂວງ ດົ່ງ​ທາ​ບ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ເສດຖະກິດ, ສັງຄົມ, ພິ​ເສດ​ແມ່ນ​ສະພາບ​​ໄພ​ແຫ້ງ​ແລ້ງ, ນຳ້​ເຄັມ​ຊຶມ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​, ຊຸກຍູ້​ການ​ຜະລິດ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ບໍລິ​ເວນ​ແຂວງ.