ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ ທີ່​ກອງ​ປະຊຸມ EAS 2 ແລະ ARF 19

Chia sẻ

ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ (EAS)  ​ແລະ ​ເວທີ​ປາ​ໄສ​ພາກ​ພື້ນ ASEAN (ARF)

ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ ທີ່​ກອງ​ປະຊຸມ EAS 2 ແລະ ARF 19 - ảnh 1

ບັນດາ​ທ່ານ​ລັດຖະມົນຕີທີ່​ກອງ​ປະຊຸມ EAS 2

(ພາບ:anninhthudo.vn)​

( vovworld ) – ວັນ​ທີ 12/7, ຢູ່​ພະນົມ​ເປັນ ປະ​ເທດ​ກຳປູ​ເຈຍ, ​ໄດ້​ຈັດ​ກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດບັນດາ​ປະ​ເທດ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາຊີ​ຕາ​ເວັນ​ອອກ (EAS) ຄັ້ງທີ 2 ​ແລະ ເວທີ​ປາ​ໄສ​ພາກ​ພື້ນ ASEAN (ARF) ຄັ້ງທີ 19 ລວມມີ 10 ປະ​ເທດ ASEAN ​ແລະ ບັນດາ​ຄູ່​ເຈລະຈາ​ສຳຄັນ​ຂອງ ASEAN ​ເຂົ້າຮ່ວມ. ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ Pham Binh Minh ​​ໄດ້​ເຂົ້າຮ່ວມ​ບັນດາ​ກອງ​ປະຊຸ​ມນີ້. ກ່າວ​ຄຳ​ເຫັນ​ທີ່​​ກອງ​ປະຊຸມ​ເຫຼົ່ານັ້ນ, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ Pham Binh Minh ​ເນັ້ນໜັກ​ວ່າ: ທັງ​ເວທີ​ປາ​ໄສ EAS​ແລະ ARF ລ້ວນ​ແຕ່​ຕ້ອງ​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ ​ໃຫ້​ແກ່​ບັນດາ​ຈຸດໝາຍ​ລວມຂອງ​ພາກ​ພື້ນ.

  ກ່ຽວ​ກັບກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດບັນດາ​ປະ​ເທດ​ເຂົ້າຮ່ວມ​ກອງ​ປະຊຸມສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ (EAS), ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ Pham Binh Minh ຢືນຢັນ​ວ່າ EAS ສືບ​ຕໍ່​ແມ່ນ​ເວທີ​ປາ​ໄສ​ຂອງ​ບັນດາ​ການ​ນຳ ​ເພື່ອ​​ໂອ້​ລົມ​ສົນທະນາ, ກຳນົດ​ທິດ​ທາງ​ການ​ຮ່ວມ​ມື​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ມີ​ຄວາມ​ສຳຄັນ​ຍຸດ​ທະ​ສາດ, ທັງ​ທາງ​ດ້ານ​ການ​ເມືອງ, ຄວາມໝັ້ນຄົງ ​ແລະ ການ​ຮ່ວມ​ມື, ການພັດທະນາ​ເພື່ອ​ຜົນ​ປະ​ໂຫຍດລວມຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ບົນ​ພື້ນຖານ​ບັນດາ​ຈຸດໝາຍ, ຫຼັກການ ​ແລະ ລະບຽບ​ການ​ຂອງ​ກອງ​ປະຊຸມ​ສຸດ​ຍອດອາຊີ​ຕາ​ເວັນ​ອອກ (EAS), ພ້ອມ​ກັນນັ້ນ ​ໃນ​ຖານະ​ແມ່ນ​ປັດ​ໄຈ​ສຳຄັນ​ໃນ​ໂຄງ​ປະກອບ​ພາກ​ພື້ນ, EAS ຄວນ​ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຈຸດໝາຍ​ລວມຄື: ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ.

 

ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ ທີ່​ກອງ​ປະຊຸມ EAS 2 ແລະ ARF 19 - ảnh 2

ທ່ານ​ລັດຖະມົນຕີ Pham Binh Minh ​ເຂົ້າຮ່ວມ ARF

(ພາບ:xaluan.com)

  ກ່ຽວ​ກັບ ເວທີ​ປາ​ໄສ​ພາກ​ພື້ນ ASEAN (ARF), ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ Pham Binh Minh ​ເນັ້ນໜັກ​ວ່າ: ARF ຄວນ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດ​ບາດ​ແມ່ນ​ເວທີ​ປາ​ໄສ​ພາກ​ພື້ນ​ອັນ​ດັບ 1 ດ້ານ​ການ​ເມືອງ-​ຄວາມ​ສະຫງົບ​ປອດ​ໄພ; ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ໄດ້​ແບ່ງປັນ​ການ​ຕີ​ລາຄາ​ກ່ຽວ​ກັບ​ສະພາບ​ການ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ, ສະພາບ​ການ​ຢູ່​ມ້ຽນ​ມາ, ​ແຫຼມ​ເກົາຫຼີ, ຕາ​ເວັນ​ອອກ​ກາງ….

   ທີ່​ກອງ​ປະຊຸມ EAS ​ແລະ ARF, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ Pham Binh Minh ​ໄດ້​ກ່າວ​ຄຳ​ເຫັນ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ບັນດາ​ການ​ຜັນ​ແປ່​ອັນ​ສັບສົນ​ໃນ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທີ່​ໄດ້ລະ​ເມີດ​ສິດ​ອະທິປະ​ໄຕ ​ແລະ ສິດຕັດສິນສຳລັບ​ເຂດ​ເສດຖະກິດ​ພິ​ເສດ ​ແລະ​ເຂດ​ໄຫລ່​ທະວີບຂອງ​ບັນດາ​ປະ​ເທດ​ແຄມ​ທະ​ເລ. ທ່ານ​ເນັ້ນໜັກ​ວ່າ, ປະ​ເທດ​ຕ່າງໆ​ຕ້ອງ​ເຄົາລົບ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍທະ​ເລ​ຂອງ ສປຊ ປີ 1982…..

   ​ໃນ​ວັນ​ດຽວ​ກັນ, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ Pham Binh Minh ​ໄດ້​ພ້ອມ​ກັບລັດຖະມົນຕີ​ການ​ຕ່າງປະ​​ເທດ​ບັນດາ​ປະ​ເທດ ASEAN ລົງ​ນາມ​ໃນ​ເອກະສານ​ເປີກ​ດ້ວາງ​ສົນທິສັນຍາ​​ໄມຕີ​ຈິດ ​ແລະ ຮ່ວມ​ມື​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (TAC) ​ເພື່ອ​ໃຫ້ EU  ​ແລະ ລາຊະ​ອານາຈັກ​ອັງກິດ ​ເຂົ້າຮ່ວມ; ທ່ານ Pham Binh Minh ພ້ອມ​ກັບລັດຖະມົນຕີ​ການ​ຕ່າງປະ​​ເທດ​ບັນດາ​ປະ​ເທດ ASEAN  ​ແລະ ຄູ່​ເຈລະຈາ ​ເຂົ້າຢ້ຽມ​ຄ່ຳ​ນັບ​ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen.