ການ​ເຂົ້າ​ຮ່ວມ COP26, ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ຝ​ລັ່ງ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ

Chia sẻ
(VOVWORLD) -ການເຂົ້າຮ່ວມກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26), ການຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ອັງກິດ, ການຢ້ຽມຢາມ ສາທາລະນະລັດ ຝລັ່ງ ຢ່າງເປັນທາງການ ຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີຟ້າມມິງຈິງ ນຳໜ້າ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. 
ການ​ເຂົ້າ​ຮ່ວມ COP26, ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ຝ​ລັ່ງ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ - ảnh 1ທ່ານນາຍົກລັດຖະມົນຕີຟ້າມມິງຈິງ ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ລະຫວ່າງ ຫວຽດນາມ - UNESCO (ພາບ: TTXVN)

ວັນທີ 6 ພະຈິກ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນ ການເຂົ້າຮ່ວມກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26), ການຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ອັງກິດ, ການຢ້ຽມຢາມ ສາທາລະນະລັດ ຝລັ່ງ ຢ່າງເປັນທາງການ ຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີຟ້າມມິງຈິງ ນຳໜ້າ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ ຢັ້ງຢືນວ່າ ການເດີນທາງໄປປະຕິບັດງານຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ໄດ້ປະສົບຜົນສຳເລັດຢ່າງຈົບງາມ.

ການເຂົ້າຮ່ວມກອງປະຊຸມ COP26 ແມ່ນການຜັນຂະຫຍາຍແຜນນະໂຍບາຍ, ແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ກ່ຽວກັບການ “ສືບຕໍ່ຍູ້ແຮງ ແລະ ຍົກສູງປະສິດທິຜົນການປະຕິບັດວຽກງານການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ” ເປັນລະອຽດ ຢູ່ໃນລະດັບສູງ. ຫວຽດນາມ ຢັ້ງຢືນຄືນກັບເພື່ອນມິດສາກົນ ກ່ຽວກັບປະເທດ ຫວຽດນາມ ມີຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການແກ້ໄຂໜຶ່ງໃນບັນດາສິ່ງທ້າທາຍລວມອັນໃຫຍ່ຫຼວງຂອງທົ່ວໂລກ ເຊິ່ງພວມໄດ້ຮັບຄວາມສົນໃຈຫຼາຍທີ່ສຸດໃນປັດຈຸບັນ ນັ້ນແມ່ນ ບັນຫາການປ່ຽນແປງຂອງດິນຟ້າອາກາດ. ທ່ານນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີການພົບປະສອງຝ່າຍກັບການນຳຂັ້ນສູງບັນດາປະເທດທັງໝົດໃນບັນດາທະວີບ ດ້ວຍຫຼາຍກວ່າ 20 ຄັ້ງ.

ການຢ້ຽມຢາມ, ເຮັດວຽກຢູ່ ອັງກິດ ແລະ ຢ້ຽມຢາມ ປະເທດ ຝລັ່ງ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ກໍບັນລຸໄດ້ໝາກຜົນແທດຈິງ ແລະ ມີຄວາມໝາຍຍຸດທະສາດຫຼາຍຢ່າງ. ໃນການພົບປະ ສົນທະນາຄັ້ງຕ່າງໆ, ທ່ານນາຍົກລັດຖະມົນຕີ ແລະ ການນຳບັນດາປະເທດ ໄດ້ເຫັນດີຈະຊຸກຍູ້ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ, ຍູ້ແຮງການຮ່ວມມືຜ່ານຊ່ອງຕ່າງໆຄື ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ພົວພັນແລກປ່ຽນປະຊາຊົນ, ເຊື່ອມຕໍ່ກົນໄກຮ່ວມມືລະຫວ່າງກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ກໍຄືການແລກປ່ຽນການຄ້າ, ການໄປ - ມາຫາສູ່ລະຫວ່າງສອງປະເທດໂດຍໄວ; ພ້ອມດຽວກັນນັ້ນ ກໍຈະມານະພະຍາຍາມເພີ່ມທະວີການຮ່ວມມືໃນການຟື້ນຟູ ແລະ ພັດທະນາເສດຖະກິດ, ຂຸດຄົ້ນທ່າໄດ້ປຽບຂອງສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ (EVFTA) ແລະ ລາຊະອານາຈັກ ອັງກິດ (UKVFTA), ສຸມໃສ່ການຊຸກຍູ້ບັນດາໂຄງການພະລັງງາສະອາດ, ກະສິກຳອົງຄະທາດ, ເສັດຖະກິດດີຈີຕອນ, ການປ່ຽນແປງໃໝ່ປະສິດຄິດສ້າງ… ນອກຈາກນັ້ນ ບັນດາວິສາຫະກິດ ຫວຽດນາມ ແລະ ບັນດາປະເທດ ຍັງລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ເກືອບ 60 ສະບັບ, ດ້ວຍຍອດມູນຄ່າການລົງທຶນ ຂຶ້ນເຖິງກວ່າ 30 ຕື້ USD.

ຕອບກັບ