ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ ອາ​ຣັບ​ບີ ຊະ​ອຸ​ດິ ແລະ GCC ຍັງ​ມີ​ກຳ​ລັງ​ບົ່ມ​ຊ້ອນຫຼາຍ​ຢ່າງ

Chia sẻ
(VOVWORLD) -   “ເສດຖະກິດການຄ້າ ແມ່ນຂົງເຂດໝັ້ນໝາຍຈະນຳມາເຊິ່ງໝາກຜົນຕັ້ງໜ້າ ແລະ ຜົນປະໂຫຍດແທດຈິງ ຫຼາຍຢ່າງ ໃຫ້ແກ່ວິສາຫະກິດ ແລະ ປະຊາຊົນສອງປະເທດ."
ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ ອາ​ຣັບ​ບີ ຊະ​ອຸ​ດິ ແລະ GCC ຍັງ​ມີ​ກຳ​ລັງ​ບົ່ມ​ຊ້ອນຫຼາຍ​ຢ່າງ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຊວັນຢຸງ  (ພາບ: ສະຖານທູດ ຫວຽດນາມ)

ກຳລັງບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ກັບ ອາຣັບບີ ຊະອຸດິ ເວົ້າສະເພາະ ແລະ ກັບສະພາຮ່ວມມືເຂດອ່າວເປີເຊຍ (GCC) ເວົ້າລວມ ແມ່ນໃຫຍ່ຫຼວງທີ່ສຸດ. ນີ້ແມ່ນຄຳຢັ້ງຢືນຂອງທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ອາຣັບບີ ຊະອຸດິ ດັ້ງຊວັນຢຸງ, ເມື່ອຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ຕາເວັນອອກກາງ ກ່ຽວກັບໝາກຜົນການຢ້ຽມຢາມ ອາຣັບບີ ຊະອຸດິ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - GCC ແຕ່ວັນທີ 18 ຕຸລາ - 20 ຕຸລາ 2023 ຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

        ທ່ານເອກອັກຄະລັດຖະທູດ ດັ້ງຊວັນຢຸງ ໃຫ້ຮູ້ວ່າ ໃນການປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຄັ້ງນີ້, ກະຊວງການຕ່າງປະເທດ ແລະ ຄະນະເລຂາ GCC ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສອງຝ່າຍໃນຫຼາຍຂົງເຂດ. ນີ້ແມ່ນພື້ນຖານທີ່ດີ ເພື່ອໃຫ້ສອງຝ່າຍສາມາດຜັນຂະຫຍາຍບັນດາການເຄື່ອນໄຫວລະອຽດ ກ່ຽວກັບການເພີ່ມທະວີການພົວພັນໃນໄລຍະຈະມາເຖິງ.

        “ເສດຖະກິດການຄ້າ ແມ່ນຂົງເຂດໝັ້ນໝາຍຈະນຳມາເຊິ່ງໝາກຜົນຕັ້ງໜ້າ ແລະ ຜົນປະໂຫຍດແທດຈິງ ຫຼາຍຢ່າງ ໃຫ້ແກ່ວິສາຫະກິດ ແລະ ປະຊາຊົນສອງປະເທດ. ພວກຂ້າພະເຈົ້າຫວັງວ່າ ຕົວເລກວົງເງິນການຄ້າ ຈາກ 2,7 ຕື້ USD ໃນປີກາຍ ຈະຂຶ້ນລະດັບ 3,5 ຕື້ USD ໃນປີນີ້ ແລະ ຈະບັນລຸລະດັບ 5 ຕື້ USD ໃນຊຸມປີຈະມາເຖິງ. ບັນດາຂໍ້ຕົກລົງໃນປັດຈຸບັນ ແລະ ຈະໄດ້ລົງນາມໃນໄວໆນີ້ ຈະຊ່ວຍໃຫ້ການຍົກວົງເງິນການຄ້າສົ່ງອອກ ບັນດາປະເພດສິນຄ້າເຂົ້າຕະຫຼາດ ອາຣັບບີ ຊະອຸດິ.

        ນັກຂ່າວ VOV ປະຈຳ ອີຢິບ.

ຕອບກັບ