ການສະແດງດົນຕີປະສານສຽງບໍລິຈາກເງິນສະໜັບສະໜູນຜູ້ ປະສົບເຄາະຮ້າຍຈາກທິດພິດສີສົ້ມ

Chia sẻ

ການ​ສະ​ແດງ​ດົນຕີ​ປະສານ​ສຽງບໍລິຈາກ​ເງິນ​ສະໜັບສະໜູນ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິດ​ສີສົ້ມ/ດີ​ໂອ​ຊິນ​ຫວຽດນາມ

ການສະແດງດົນຕີປະສານສຽງບໍລິຈາກເງິນສະໜັບສະໜູນຜູ້ ປະສົບເຄາະຮ້າຍຈາກທິດພິດສີສົ້ມ - ảnh 1

ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິດ​ສີສົ້ມ/ດີ​ໂອ​ຊິນ​ຫວຽດນາມ

(ພາບ: tin247.com)

(VOV)-  ສະມາຄົມ​ນັກ​ຮົບ​ເກົ່າ​ສາທາລະນະ​ລັດ​ຝະລັ່ງ ​ໄດ້​ຈັດການ​ສະ​ແດງ​ດົນຕີ​ປະສານ​ສຽງ​ເພື່ອບໍລິຈາກ​ເງິນ​​ຊ່ວຍ​ເຫຼືອ​ບ້ານ​ມິດຕະພາບ​ເວີນ​ແກງ ຊື່​ງ​ແມ່ນ​ແຫ່ງ​​ເບິ່ງ​ແຍງ​ດູ​ແລ ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິດ​ສີສົ້ມ/ດີ​ໂອ​ຊິນ​ຫວຽດນາມ ຫຼາຍ​ຄົນໃນ​ຕອນ​ຄ່ຳ​ວັນ​ທີ 22/11 ຢູ່​ສຳ​ນັງງານ​ພັກ​ກອມ​ມູນິດ​ຝະລັ່ງ. ທ່ານ ​ເຢືອງຈິ​ຢູງ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ ປະຈຳ​ຝະລັ່ງ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​​ບັນດາ​ເພື່ອນ​ຝະລັ່ງ, ຄວາມ​ມານະ​ພະຍາຍາມ​ຂອງສະມາຄົມ​ນັກ​ຮົບ​ເກົ່າ​ສາທາລະນະ​ລັດ​ຝະລັ່ງ, ຄະນະ​ກຳມະການ​ມິດຕະພາບ​​ຝະລັ່ງ ​​ບ້ານ​ມິດຕະພາບ​ເວີນ​ແກງ. ທ່ານ Raphael Vahe ປະທານສະມາຄົມ​ນັກ​ຮົບ​ເກົ່າ​ສາທາລະນະ​ລັດ​ຝະລັ່ງ, ປະທານຄະນະ​ກຳມະການ​ມິດຕະພາບ​​ຝະລັ່ງ ​ເພື່ອ​ບ້ານ​ມິດຕະພາບ​ເວີນ​ແກງ ​ເນັ້ນໜັກ​ວ່າ:

   “ຂ້າພະ​ເຈົ້າ​ຂໍເວົ້າວ່າ, ພາຍຫຼັງ​ການ​ເຊັນ​ສັນຍາ​ປາຣີ ​ເປັນ​ເວລາ 40 ປີ, ເກືອບ​ຄື​ວ່າສົງຄາມ​​ຍັງ​ຄົງຕົວ​ຢູ່. ຍ້ອນ​ຜົນ​ກະທົບ​ຈາກ​ທາດ​ພິດ​ສີສົ້ມຢ່າງ​ໜັກໜ່ວງ​ທີ່​ສຸດ ຊື່​ງ​ໄດ້​ທຳລາຍ ​ແລະ ມີ​ຜົນ​ສະທ້ອນ​ເຖິງ​ຫຼາຍ​ລຸ້ນຄົນ. ບ້ານ​ມິດຕະພາບ​ເວີນ​ແກງ ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິ​ດສີສົ້ມດີ​ໂອ​ຊິນ​ຢູ່​ຫວຽດນາມ. ສະນັ້ນ, ພວກ​ຂ້າພະ​ເຈົ້າ​ໄດ້ຮຽກຮ້ອງ​ໃຫ້​ບັນດາ​ຊາວ​ຝະລັ່ງ​ ຜູ້​ມີ​ໃຈ​ບຸນ​ໃຈ​ກຸສົນ ສະໜັບສະໜູນບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິ​ດສີສົ້ມດີ​ໂອ​ຊິນ​ຢູ່​ຫວຽດນາມ“