ການສົນທະນາຍຸດທະສາດການທູດ ແລະ ປ້ອງກັນຊາດ ຫວຽດນາມ - ອົດສະຕາລີ ຄັ້ງທີ 5

Chia sẻ
(VOVWORLD) - 2 ຝ່າຍມີຄວາມພາກພູມໃຈໂດຍເຫັນວ່າ ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອົດສະຕາລີ ສືບຕໍ່ພັດທະນາຢ່າງແຮງ, ມີປະສິດທິຜົນ, ດ້ວຍລັກສະນະຍຸດທະສາດນັບມື້ນັບເພີ່ມຂຶ້ນ.
ການສົນທະນາຍຸດທະສາດການທູດ ແລະ ປ້ອງກັນຊາດ ຫວຽດນາມ - ອົດສະຕາລີ ຄັ້ງທີ 5 - ảnh 1 ຄະນະຜູ້ແທນ ຫວຽດນາມ ເຮັດວຽກຢູ່ ອົດສະຕາລີ

ໂດຍປະຕິບັດຂໍ້ຕົກລົງລະຫວ່າງ 2 ປະເທດ, ວັນທີ 27 ກັນຍາ, ຢູ່ນະຄອນ Canberra ປະເທດ ອົດສະຕາລີ, ທ່ານ ດັ້ງດີ່ງກີ໋ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ພ້ອມກັບທ່ານ Gary Quinlan, ຮອງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ ແລະ ທ່ານ Rebecca Skinner, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ ເປັນປະທານຮ່ວມກອງປະຊຸມຄັ້ງທີ 5 ການສົນທະນາຍຸດທະສາດການທູດ ແລະ ການປ້ອງກັນຊາດ ລະຫວ່າງ 2 ປະເທດ. 2 ຝ່າຍມີຄວາມພາກພູມໃຈໂດຍເຫັນວ່າ ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອົດສະຕາລີ ສືບຕໍ່ພັດທະນາຢ່າງແຮງ, ມີປະສິດທິຜົນ, ດ້ວຍລັກສະນະຍຸດທະສາດນັບມື້ນັບເພີ່ມຂຶ້ນ. ສອງຝ່າຍເຫັນດີ ຍູ້ແຮງບັນດາຄວາມມານະພະຍາຍາມເພື່ອແນໃສ່ສືບຕໍ່ນຳການພົວພັນສຳຄັນນີ້ກ້າວເຂົ້າສູ່ລວງເລິກ ໃນບັນດາຂົງເຂດການເມືອງ, ເສດຖະກິດ - ການຄ້າ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ກະສິກຳ, ໜູນຊ່ວຍພັດທະນາ, ການສຶກສາ - ບຳລຸງສ້າງ, ການທ່ອງທ່ຽວ, ແຮງງານ ແລະ ພົວພັນແລກປ່ຽນປະຊາຊົນ. ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສຫຼາຍຝ່າຍ… ເພື່ອແນໃສ່ຊຸກຍູ້ທ່າອ່ຽງສົນທະນາ ແລະ ການຮ່ວມມື, ຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນ ໂດຍອີງໃສ່ກົດໝາຍ. ສອງຝ່າຍເນັ້ນໜັກຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີ ໃນການເດີນເຮືອ ແລະ ການບິນໃນພາກພື້ນ,  ແກ້ໄຂບັນດາການຂັດແຍ້ງກັນດ້ວຍບັນດາມາດຕະການໂດຍສັນຕິພາບ, ບົນພື້ນຖານກົດໝາຍສາກົນ.

ຕອບກັບ