ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

Chia sẻ
(VOVWORLD) - ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.
ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ - ảnh 1(ພາບປະກອບ: baodautu.vn)

ການສົ່ງອອກສິນຄ້າຂອງ ຫວຽດນາມ ໄປຍັງຕະຫຼາດ ອາເມລິກາ ສືບຕໍ່ທ່ວງທ່າຟື້ນຕົວຄືນ ນັບແຕ່ທ້າຍປີ 2023, ບັນລຸມູນຄ່າ 17,4 ຕື້ USD, ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນລາຍໄດ້ຈາກການສົ່ງອອກທີ່ມີມູນຄ່າເກືອບ 60 ຕື້ USD ຂອງພື້ນຖານເສດຖະກິດໃນ 2 ເດືອນຕົ້ນປີ 2024, ເພີ່ມຂຶ້ນເກືອບ 34% ເມື່ອທຽບໃສ່ໄລຍະດຽວກັນ. ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

        ໃນຫຼາຍປີລຽນຕິດ, ອາເມລິກາ ແມ່ນຕະຫຼາດນຳເຂົ້າທີ່ສຳຄັນສຳລັບສິນຄ້າ ຫວຽດ. ປີ 2023, ເຖິງວ່າຖືກຜົນກະທົບຈາກສະພາບເສດຖະກິດຊຸດໂຊມ, ໄພເງິນເຟີ້, ປະຊາຊົນຫຼຸດຜ່ອນການໃຊ້ຈ່າຍກໍຕາມ, ແຕ່ ຫວຽດນາມ ຍັງສົ່ງອອກສິນຄ້າເກືອບ 97 ຕື້ USD ໄປຍັງ ອາເມລິກາ.

ຕອບກັບ