ການ​ຢ້ຽມ​ຢາມ ຈີນ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ WEF ຄັ້ງ​ທີ 14 ຢູ່​ ຈີນ ຂອງ​ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະມີການຢ້ຽມຢາມປະເທດຈີນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳໜ້າຄັ້ງທີ 14 ຂອງ WEF ໃນລະຫວ່າງວັນທີ 25 ມິຖຸນາ ຫາ ວັນທີ 28 ມິຖຸນາ ປີ 2023. 
ການ​ຢ້ຽມ​ຢາມ ຈີນ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ WEF ຄັ້ງ​ທີ 14 ຢູ່​ ຈີນ ຂອງ​ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: chinhphu.vn)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຈີນຫຼີຊຽງ ແລະ ທ່ານ Klaus Schwab ຜູ້ກໍ່ຕັ້ງ ທັງເປັນປະທານຝ່າຍບໍລິຫານເວທີປາໄສເສດຖະກິດ ໂລກ (WEF), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະມີການຢ້ຽມຢາມປະເທດຈີນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳໜ້າຄັ້ງທີ 14 ຂອງ WEF ໃນລະຫວ່າງວັນທີ 25 ມິຖຸນາ ຫາ ວັນທີ 28 ມິຖຸນາ ປີ 2023. ແລກປ່ຽນກັບນັກຂ່າວ VOV, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ ຢັ້ງຢືນວ່າ:

ໃນສະພາບການການພົວພັນສາກົນພວມມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ເສດຖະກິດໂລກມີການຊຸດໂຊມຢ່າງຮ້າຍແຮງຍ້ອນຜົນສະທ້ອນຈາກພະຍາດໂຄວິດ - 19, ການຢ້ຽມຢາມຈີນຄັ້ງນີ້ ມີຄວາມໝາຍສຳຄັນທີ່ສຸດ ແມ່ນໂອກາດເພື່ອໃຫ້ການພົວພັນຂັ້ນສູງສອງປະເທດມີການແລກປ່ຽນຢ່າງເລິກເຊິ່ງ ບັນດາມາດຕະການເພື່ອແນໃສ່ຜັນຂະຫຍາຍໝາກຜົນ ແລະ ຄວາມຮັບຮູ້ລວມທີ່ບັນລຸໄດ້ໃນການຢ້ຽມຢາມຈີນຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝຸຈ້ອງຢ່າງຮອບດ້ານ, ມານະພະຍາຍາມຊຸກຍູ້ບັນດາຂົງເຂດ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີ, ປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງກ່ວາອີກ.

ຕອບກັບ