ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ

Chia sẻ
(VOVWORLD) - ທີ່ການຕອບສຳພາດຕໍ່ນັກຂ່າວກ່ຽວກັບການຢ້ຽມຢາມສະຫະພັນ ລັດເຊຍ ຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ, ທ່ານ ຫງວຽນແທງເຊີນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນ ລັດເຊຍ ເນັ້ນໜັກວ່າ
 
ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ - ảnh 1

(ພາບປະກອບ)

ການຢ້ຽມຢາມຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ມີຄວາມໝາຍໃຫຍ່ຫລວງທີ່ສຸດ, ແມ່ນບາດກ້າວຕໍ່ໄປ ເພື່ອຢັ້ງຢືນແນວທາງການເມືອງການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກັບສະຫະພັນ ລັດເຊຍ ໃນເລື່ອງກຳນົດຄູ່ຮ່ວມມືຍຸດທະສາດຮອບດ້ານ. ການຢ້ຽມຢາມກໍ່ແມ່ນຂີດໝາຍ ເພື່ອຢັ້ງຢືນການເຊື່ອມໂຍງຂອງ ຫວຽດນາມ ກັບ ໂລກ, ພິເສດ ແມ່ນການພົວພັນໄວ້ເນື້ອເຊື່ອໃຈລະຫວ່າງ 2 ປະເທດທີ່ມີມູນເຊື້ອມາແຕ່ດົນນານ, ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາ. ທ່ານ ຫງວຽນແທງເຊີນ ເນັ້ນໜັກວ່າ ໜ້າທີ່ພັດທະນາເສດຖະກິດ ແລະ ຊຸກຍູ້ການຍົກສູງວົງເງິນການຄ້າ 2 ສົ້ນ, ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຊຶ່ງກັນ ແລະ ກັນ ແມ່ນໜຶ່ງໃນບັນດາໜ້າທີ່ບຸລິມະສິດພິເສດ. ທ່ານເອກອັກຄະລັດຖະທູດຖືວ່າ: ທິດທາງຮ່ວມມືນີ້ ຄວນໄດ້ຮັບການລະດົມສົ່ງເສີມ ແລະ ສ້າງເງື່ອນໄຂເພື່ອສືບຕໍ່ພັດທະນາ.

ຕອບກັບ