ການ​ພົວ​ພັນ ລະ​ຫວ່າງ IAEA ແລະ ອີ​ຣານ ໄດ້​ຮັບ​ການປັບ​ປຸງ

Chia sẻ
(VOVWORLD) -ຖະແຫຼງການຮ່ວມມີເນື້ອໃນບໍ່ລະອຽດປານໃດ ແຕ່ກໍຊີ້ໃຫ້ເຫັນວ່າ ການພົວພັນລະຫວ່າງ ອົງການ IAEA ກັບ  ອີຣານ ມີການປັບປຸງຢ່າງເຫັນໄດ້ຊັດ ແລະ ອາດຈະສະກັດກັ້ນຝ່າຍຕາເວັນຕົກຊຸກຍູ້ການສ້າງມະຕິສະບັບໃໝ່ ໂດຍຮຽກຮ້ອງ ອີຣານ ຮ່ວມມື.
ການ​ພົວ​ພັນ ລະ​ຫວ່າງ IAEA ແລະ ອີ​ຣານ ໄດ້​ຮັບ​ການປັບ​ປຸງ - ảnh 1ທ່ານປະທານາທິບໍດີ ອີຣານ Ebrahim Raisi (ເບື້ອງຂວາ)  ແລະ ທ່ານຜູ້ອໍານວຍການໃຫຍ່ IAEA Rafael Grossi ຢູ່ ເຕເຮຣານ (ພາບ: AFP/TTXVN)

ວັນທີ 5 ມີນາ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອີຣານ ໄດ້ໃຫ້ຄຳໝັ້ນສັນຍາ ຈະໜູນຊ່ວຍບັນດາການເຄື່ອນໄຫວກວດກາຂອງອົງການນີ້, ເຊິ່ງຖືກຢຸດສະຫງັກມາແຕ່ດົນນານ, ກ່ຽວກັບການກວດພົບທາດ ຢູລານຽມ ຢູ່ຮາກຖານຕ່າງໆທີ່ຍັງບໍ່ທັນປະກາດ ແລະ ນັບທັງການຕິດຕັ້ງຄືນບັນດາອຸປະກອນຕິດຕາມທີ່ຖືກຍົກເລີກກ່ອນໜ້ານັ້ນ.

        ອົງການ IAEA  ແລະ ອີຣານ ໄດ້ອອກຖະແຫຼງການຮ່ວມ ເນື່ອງໃນໂອກາດການຢ້ຽມຢາມ ເຕເຮຣານ ຂອງທ່ານຜູ້ອໍານວຍການໃຫຍ່ IAEA  Rafael Grossi. ຖະແຫຼງການຮ່ວມມີເນື້ອໃນບໍ່ລະອຽດປານໃດ ແຕ່ກໍຊີ້ໃຫ້ເຫັນວ່າ ການພົວພັນລະຫວ່າງ ອົງການ IAEA ກັບ  ອີຣານ ມີການປັບປຸງຢ່າງເຫັນໄດ້ຊັດ ແລະ ອາດຈະສະກັດກັ້ນຝ່າຍຕາເວັນຕົກຊຸກຍູ້ການສ້າງມະຕິສະບັບໃໝ່ ໂດຍຮຽກຮ້ອງ ອີຣານ ຮ່ວມມື. ສຳນັກຂ່າວສານ Reuters ໄດ້ຄັດສະເໜີບົດລາຍງານຕ່າງຫາກຂອງ IAEA ສົ່ງໃຫ້ບັນດາປະເທດສະມາຊິກ ໂດຍມີຕອນຂຽນວ່າ ທ່ານ Grossi ຫວັງວ່າ ຈະຜັນຂະຫຍາຍຖະແຫຼງການຮ່ວມຢ່າງວ່ອງໄວ ແລະ ຄົບຖ້ວນ.


ຕອບກັບ