ການ​ພົບ​ປ​ະແລກ​ປ່ຽນ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ, ເຊື່ອມ​ຈອດ​ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ລະ​ຫວ່າງ ຫວຽດ​ນາມ - ຮຸງກ​າ​ຣີ

Chia sẻ
(VOVWORLD) -ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫງວຽນທິບິກຖ໋າວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະແດງຄວາມຮູ້ບຸນຄຸນຕໍ່ການໜູນຊ່ວຍອັນລ້ຳຄ່າຂອງ ເພື່ອນມິດສາກົນ, ໃນນັ້ນມີ ຮຸງກາຣີ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະລາດ ໃນເມື່ອກ່ອນ ກໍ່ຄືໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ.
ການ​ພົບ​ປ​ະແລກ​ປ່ຽນ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ, ເຊື່ອມ​ຈອດ​ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ລະ​ຫວ່າງ ຫວຽດ​ນາມ - ຮຸງກ​າ​ຣີ - ảnh 1ທ່ານນາງ ຫງວຽນທິບິກຖ໋າວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮຸງກາຣີ ກ່າວຄຳເຫັນທີ່ການພົບປະ (ພາບ: Vietnam+)

ສະຫະສະມາຄົມຊາວຫວຽດນາມ ອາໄສຢູ່ຕ່າງ ຮຸງກາຣີ ໄດ້ສົມທົບກັບສະມາຄົມມິດຕະພາບ ຮຸງກາຣີ - ຫວຽດນາມ ຈັດຕັ້ງ ການພົບປະແລກປ່ຽນສະແດງຄວາມຮູ້ບຸນຄຸນຕໍ່ບັນດາສະມາຊິກ ຮຸງກາຣີ ທີ່ເຂົ້າຮ່ວມ ຄະນະຜູ້ແທນສາກົນ ທີ່ຕິດຕາມກວດກາການປະຕິບັດສົນທິສັນຍາ ປາຣີ ກ່ຽວກັບການຢຸດຕິສົງຄາມຢູ່ ຫວຽດນາມ ໄລຍະ 1973 – 1975. ການພົບປະໄດ້ດຳເນີນໃນລະຫວ່າງວັນທີ 15 – 17 ຕຸລາ ຢູ່ນະຄອນ Hajduszoboszlo ປະເທດຮຸງກາຣີ.

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫງວຽນທິບິກຖ໋າວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະແດງຄວາມຮູ້ບຸນຄຸນຕໍ່ການໜູນຊ່ວຍອັນລ້ຳຄ່າຂອງ ເພື່ອນມິດສາກົນ, ໃນນັ້ນມີ ຮຸງກາຣີ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະລາດ ໃນເມື່ອກ່ອນ ກໍ່ຄືໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ. ທ່ານນາງ ຫງວຽນທິບິກຖ໋າວມີຄວາມປາດຖະໜາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ຮຸງກາຣີ.

ທີ່ເຫດການ, ບັນດາຜູ້ແທນ ໄດ້ຮັບຊົມ ຮູບເງົາເອກະສານອັນລ້ຳຄ່າ “ຊຸມ ເດືອນປີທີ່ບໍ່ອາດຫຼົງລົງລືມໄດ້ກ່ຽວກັບຊາວຮຸງກາຣີ ໃນບັ້ນສົງຄາມຢູ່ ຫວຽດນາມ” ໂດຍສະມາຄົມມິດຕະພາບ ຮຸງກາຣີ - ຫວຽດນາມ ຈັດຕັ້ງ, ຮັບຟັງການປະກອບຄຳເຫັນຂອງ ທ່ານນາງສາດສະດາຈານ ຫງວຽນລິວລານແອັງ ກ່ຽວກັບຫົວຂໍ້ “ການເຊື່ອມຕົວຂອງ ຊາວຕ່າງປະເທດ ແລະ ຊາວຫວຽດນາມ ຢູ່ ຮຸງກາຣີ”.

ຕອບກັບ