ການພົບປະເຈລະຈາ ລະຫວ່າງລັດຖະມົນຕີ ການຕ່າງປະເທດ ຫວຽດນາມ-ແດນມາກ

Chia sẻ

ການ​ພົບ​ປະ​ເຈລະຈາ​ລະຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ-​ແດນ​ມາກ

ການພົບປະເຈລະຈາ ລະຫວ່າງລັດຖະມົນຕີ ການຕ່າງປະເທດ ຫວຽດນາມ-ແດນມາກ - ảnh 1

ທ່ານ Villy Sovndal ລັດຖະມົນຕີ​ການ​ຕ່າງປະ​ເທດ

ລາຊະ​ອານາຈັກ​ແດນມາກ

(ພາບ:laodong.com.vn)

(vovworld)-​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ຟ້າ​ມບິງ​ມິ​ງ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ, ທ່ານ Villy Sovndal ລັດຖະມົນຕີ​ການ​ຕ່າງປະ​ເທດລາຊະ​ອານາຈັກ​ແດນມາກ ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 26/2-1/3. ທີ່​ການ​ພົບ​ປະ​ເຈລະຈາ, ສອງ​ຝ່າຍເຫັນ​ດີ​ເປັນ​ເອກະສັນນຳ​ກັນ ຈະ​ເພີ່ມ​ທະວີ​ການ​ແລກປ່ຽນຄະນະ​ຜູ້​ແທນ ​ແລະ ດຳ​ເນີນ​ການພົບ​ປະລະຫວ່າ​ງການ​ນຳ​ຂັ້ນສູງ​ເປັນ​ປະຈຳ, ສ້າງ​ກຳລັງ​ໜູນ​ຊຸກຍູ້​ການ​ພົວພັນ​ສອງ​ປະ​ເທດ​​ໃຫ້ພັດທະນາຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ບັນລຸປະສິດທິ​ຜົນ ​ແລະ ໝັ້ນຄົງ​ໃນ​ທຸກ​ຂົງ​ເຂດ. ສອງ​ຝ່າຍ​ໃຫ້​ຄຳໝັ້ນສັນຍາ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​​ເສດຖະກິດ-ການ​ຄ້າ-ການ​ລົງທຶນ​​ແຮງ​ກ່ວາ​ອີກ. ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດລາຊະ​ອານາຈັກ​ແບນ​ຊິກ ​ໃຫ້​ຮູ້​ວ່າ: ລັດຖະບານ​ແດນ​ມາກ ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຫວຽດນາມ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ ​ແລະ ສົ່ງ​ເສີມ​ບັນດາ​ນັກທຸລະກິດ​ແດນ​ມາກ ​ມາ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ​ໃນ​ຂົງ​ເຂດ​ທີ່​ແດນ​ມາກ ​ມີ​ທ່າ​ໄດ້​ປຽບ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ. ລັດຖະມົນຕີ​ສອງ​ທ່ານ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ຈະສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ສາກົນ.