ກ​ານ​ປະ​ທະ​ກັນ​ຢູ່ ພາກ​ຕາ​ເວັນ​ອອກ​ກາງ: ອີ​ຣານ ໂຈະການ​ບຸກ​ໂຈມ​ຕີອິດ​ສະ​ລາ​ແອັນ, ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ

Chia sẻ
(VOVWORLD) - ໜັງສືພິມລາຍວັນ Yedioth Ahronoth ຂອງອິດສະລາແອັນໄດ້ລົງຂ່າວວ່າ ອີຣານໄດ້ໂຈະການບຸກໂຈມຕີໂຕ້ຕອບ ອິດສະລາແອັນ ເຊິ່ງແມ່ນບາດກ້າວຫຼຸດຜ່ອນ ຄວນສະພາບການເຄັ່ງຕຶງທີ່ແກ່ຍາວເປັນເວລາ 10 ວັນຜ່ານມາ ຫຼາຍພໍສົມ ລະຫວ່າງ ສອງຝ່າຍ.
ກ​ານ​ປະ​ທະ​ກັນ​ຢູ່ ພາກ​ຕາ​ເວັນ​ອອກ​ກາງ: ອີ​ຣານ ໂຈະການ​ບຸກ​ໂຈມ​ຕີອິດ​ສະ​ລາ​ແອັນ, ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ - ảnh 1ພາບປະກອບ: ກອງທັບອີຣານ

ຕອນຄ່ຳວັນທີ 11 ເມສາ, ໜັງສືພິມລາຍວັນ Yedioth Ahronoth ຂອງອິດສະລາແອັນໄດ້ລົງຂ່າວວ່າ ອີຣານໄດ້ໂຈະການບຸກໂຈມຕີໂຕ້ຕອບ ອິດສະລາແອັນ ເຊິ່ງແມ່ນບາດກ້າວຫຼຸດຜ່ອນ ຄວນສະພາບການເຄັ່ງຕຶງທີ່ແກ່ຍາວເປັນເວລາ 10 ວັນຜ່ານມາ ຫຼາຍພໍສົມ ລະຫວ່າງ ສອງຝ່າຍ ພາຍຫຼັງການບຸກໂຈມຕີທາງ ອາກາດ ຂອງ ອິດສະລາແອັນ ເລັ່ງໃສ່ສະຖານກົງສູນ ອີຣານ ປະຈຳ ຊີຣີ ໃນວັນທີ 1 ເມສາ.

ຕາມໜັງສືພິມສະບັບນີ້ແລ້ວ, ອີຣານໂຈະການບຸກໂຈມຕີໂຕ້ຕອບ ຕ້ານອິດສະລາແອັນໃນນາທີສຸດທ້າຍ ພາຍຫຼັງ ທີ່ໄດ້ຮັບການກ່າວເຕືອນຈາກ ອາເມລິກາ. ກ່ອນໜ້ານັ້ນ, ຊ່ອງໂທລະພາບ CNN ໄດ້ລົງຂ່າວວ່າ ວໍຊິງຕັນ ແລະ ເຕເຮຣານ ໄດ້ມີການແລກປ່ຽນຜ່ານຈົດໝາຍເປັນຫຼາຍຄັ້ງໃນອາທິດຜ່ານມາກ່ຽວກັບສະພາບຄວາມເຄັ່ງຕຶງ ລະຫວ່າງ ອີຣານ ແລະ ອິດສະລາແອັນ. ໃນການແລກປ່ຽນນີ້, ອຳນາດການປົກຄອງ ອາເມລິກາ ໄດ້ກ່າວເຕືອນ ອີຣານກ່ຽວກັບການປະຕິບັດການບຸກໂຈມຕີຕ້ານ ອິດສະລາແອັນ ເຊິ່ງແມ່ນສຳພັນທະມິດອັນດັບໜຶ່ງຂອງ ອາເມລິກາ ຢູ່ ພາກ ຕາເວັນອອກກາງ.

ຕອບກັບ