ການປະຕິຮູບຄະນະລັດຖະບານອັງກິດຖືກກີດຂວາງ

Chia sẻ
(VOVWORLD) - ການປະຕິຮູບຄະນະລັດຖະບານຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ທີ່ຫາກກໍ່ຍົກອອກມາຖືກກີດຂວາງຢ່າງທັນທີ ເມື່ອລັດຖະມົນນຕີທ່ານໜຶ່ງລາອອກຈາກຕຳແໜ່ງແທນທີ່ຕ້ອງຍອມຮັບດຳລົງຕຳແໜ່ງໃໝ່.

ການປະຕິຮູບຄະນະລັດຖະບານອັງກິດຖືກກີດຂວາງ - ảnh 1 ທ່ານນາງລັດຖະມົນຕີກະຊວງສຶກສາອັງກິດ Justine Greenin

(ພາບ: AFP)

ວັນທີ 08 ມັງກອນ, ພາຍຫຼັງທ່ານນາງນາຍົກລັດຖະມົນຕີອັງກິດ ປະກາດປ່ຽນແປງບັນດາຕຳແໜ່ງໃນຄະນະລັດຖະບານ, ທ່ານນາງລັດຖະມົນຕີກະຊວງສຶກສາອັງກິດ Justine Greening ໄດ້ຍື່ນໃບຂໍລາອອກຈາກຕຳແໜ່ງ ພາຍຫຼັງປະຕິເສດຕໍ່ການຮັບດຳລົງຕຳແໜ່ງໃໝ່ຢູ່ກະຊວງຄຸ້ມຄອງອຸປະກະລະສັງຄົມ ແລະ ເບ້ຍບຳນານ. ນີ້ແມ່ນລັດຖະມົນຕີຜູ້ທີ 4 ໃນອຳນາດການປົກຄອງຂອງທ່ານນາງນາຍົກລັດຖະມົນຕີ Theresa May ທີ່ຂໍລາອອກຈາກຕຳແໜ່ງນັບແຕ່ເດືອນ ພະຈິກ 2017. ຕາມແຫຼ່ງຂ່າວແລ້ວ, ເຖິງວ່າມີຄວາມຜິດຫວັງ, ແຕ່ທ່ານນາງ Theresa May ຍັງຍອມຮັບກັບຂໍ້ຕົກລົງຂອງທ່ານນາງ Greening.

ຕອບກັບ