ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ນະຄອນ ໂຮ່ຈີມິນ

Chia sẻ
(VOVWORLD) -ທາງນະຄອນ ໂຮ່ຈີມີນ ສະເໝີເພີ່ມທະວີແຫຼ່ງກຳລັງເພື່ອໜູນຊ່ວຍຂະແໜງສາທາລະນະສຸກນະຄອນ ໂຮ່ຈີມິນ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ທີ່ພວມມີການຜັນແປຢ່າງສັບສົນຄືໃນປະຈຸບັນ
ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ນະຄອນ ໂຮ່ຈີມິນ - ảnh 1(ເລີ່ມສີດຢາຂ້າເຊື້ອເມືອງ ບິ່ງແຈງ ແລະ ນະຄອນ ຖູດຶກ ທັງໝົດ)

ຕອນເຊົ້າວັນທີ 23 ກໍລະກົດ, ກອງບັນຊາການທະຫານນະຄອນ ໂຮ່ຈີມິນ ສົມທົບກັບກອງພົນນ້ອຍເຄມີ 87 ແລະ ກອງພັນນ້ອຍເຄມີ 38 ເລີ່ມສີດຢາຂ້າເຊື້ອເມືອງ ບິ່ງແຈງ ແລະ ນະຄອນ ຖູດຶກ ທັງໝົດ, ເປີດສາກໃຫ້ການສີດຢາຂ້າເຊື້ອທົ່ວນະຄອນເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ຢູ່ເມືອງ ບິ່ງແຈງ, ກຳລັງທະຫານເຄມີໄດ້ສົມທົບກັບກອງບັນຊາການທະຫານ, ອຳນາດການປົກຄອງທ້ອງຖິ່ນໄດ້ສີດຢາຂ້າເຊື້ອຢູ່ຫຼາຍເສັ້ນທາງດ້ວຍຢາ Cloramin B ເພື່ອຂ້າເຊື້ອ, ທຳຄວາມສາອາດອາກາດຢູ່ບັນດາເຂດມີເຊື້ອພະຍາດ.ສ່ວນຢູ່ນະຄອນ ຖູດຶກ, ກຳລັງທີ່ມີໜ້າທີ່ກໍ່ຜັນຂະຫຍາຍການສີດຢາຂ້າເຊື້ອຢູ່ບາງເຂດຊຸມຊົນທີ່ພວມຖືກລອກດາວ.

        ທາງນະຄອນ ໂຮ່ຈີມີນ ກໍ່ສະເໝີເພີ່ມທະວີແຫຼ່ງກຳລັງເພື່ອໜູນຊ່ວຍຂະແໜງສາທາລະນະສຸກນະຄອນ ໂຮ່ຈີມິນ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ທີ່ພວມມີການຜັນແປຢ່າງສັບສົນຄືໃນປະຈຸບັນ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫາກໍ່ສົ່ງເອກະສານຕໍ່ທ່ານນາຍົກລັດຖະມົນຕີສະເໜີການໜູນຊ່ວຍແຫຼ່ງກຳລັງການແພດເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ນະຄອນ. ຕາມນັ້ນແລ້ວ, ຄະນະກຳມະການປະຊາຊົນສະເໜີຕໍ່ທ່ານນາຍົກລັດຖະມົນຕີ ຈັດແບ່ງບຸກຄະລາກອນ 5.000 ຄົນ ລວມມີແພດໝໍ, ພະຍາດບານ, ນັກເຕັກນິກ ໃຫ້ນະຄອນ. ນອກນັ້ນ, ທາງນະຄອນກໍ່ສະເໜີໜູນຊ່ວຍພາລະກອນມີວິຊາຊີບດ້ານການແພດຕື່ມອີກ 2.000 ຄົນເຂົ້າຮ່ວມການເກັບເອົາຕົວຢ່າງວິໄຈ.

ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ນະຄອນ ໂຮ່ຈີມິນ - ảnh 2AstraZeneca ໄດ້ສົ່ງວັກຊິນກັນໂຄວິດ-19 ຈຳນວນ 1.228.500 ໂດສ ຕື່ມອີກໃຫ້ແກ່ນະຄອນ ໂຮ່ຈີມິນ
(ພາບ: VNVC)

ກ່ຽວຂ້ອງເຖິງແຫຼ່ງວັກຊິນ, ຕອນເຊົ້າວັນທີ 23 ກໍລະກົດ, AstraZeneca ໄດ້ສົ່ງວັກຊິນກັນໂຄວິດ-19 ຈຳນວນ 1.228.500 ໂດສ ຕື່ມອີກໃຫ້ແກ່ນະຄອນ ໂຮ່ຈີມິນ. ນີ້ແມ່ນການສົ່ງວັກຊິນຄັ້ງທີ 5 ແລະ ກໍ່ແມ່ນຈຳນວນວັກຊິນຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ຕາມສັນຍາສັ່ງຊື້ກ່ອນລະຫວ່າງ AstraZeneca ແລະ ບໍລິສັດຫຸ້ນສ່ວນວັກຊິນ ຫວຽດນາມ, ພາຍໃຕ້ການໜູນຊ່ວຍຂອງກະຊວງສາທາລະນະສຸກຫວຽດນາມ.

ຕອບກັບ