ການນຳວິທະຍຸກະຈາຍສຽງຫວຽດນາມ ໃຫ້ການຕ້ອນຮັບຄະນະຜູ້ແທນໂທລະພາບແຫ່ງຊາດລາວ

Chia sẻ
ຕອນ​ບ່າຍ​ວັນ​ທີ 25/7, ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ Vu Hai ​ໄດ້​ໃຫ້ການ​ຕ້ອນ​ຮັບຄະນະ​ຜູ້​ແທນ​ໂທລະພາບ​ແຫ່ງ​ຊາດ ລາວ ​ແລະ ພະນັກງານບາງ​ກະຊວງ​ທີ່​ກ່ຽວຂ້ອງ​ຂອງ ສປປ ລາວ
ການນຳວິທະຍຸກະຈາຍສຽງຫວຽດນາມ ໃຫ້ການຕ້ອນຮັບຄະນະຜູ້ແທນໂທລະພາບແຫ່ງຊາດລາວ - ảnh 1
ພາບປະກອບ

(vovworld) - ຕອນ​ບ່າຍ​ວັນ​ທີ 25/7, ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ Vu Hai ​ໄດ້​ໃຫ້ການ​ຕ້ອນ​ຮັບຄະນະ​ຜູ້​ແທນ​ໂທລະພາບ​ແຫ່ງ​ຊາດ ລາວ ​ແລະ ພະນັກງານບາງ​ກະຊວງ​ທີ່​ກ່ຽວຂ້ອງ​ຂອງ ສປປ ລາວ. ນະ​ທີ່​ນີ້, ທ່ານຮອງ​ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ Vu Hai ​ໄດ້​ແນະ​ນຳ​ບັນດາ​ຈຸດ​ຕົ້ນ​ຕໍກ່ຽວ​ກັບ​ວິທະຍຸ​ກະຈາຍສຽງ​ຫວຽດນາມ. ປະຈຸ​ບັນ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ມີ 5 ລະບົບກະຈາຍສຽງ ​ແລະ 1 ລາຍການ​ກະຈາຍສຽງຈາລະ​ຈອນ. ວິທະຍຸ​ກະຈາຍສຽງ​ຫວຽດນາມ ມີ​ວິ​ທະຍາ​ໄລ​ກະຈາຍສຽງ​ - ​ໂທລະພາບ 2 ​ແຫ່ງທີ່​ບຳລຸງ​ສ້າງ​ໃຫ້​ແກ່​ບັນດາ​ພະນັກງານ, ນັກ​ເຕັກນິກ​ໃຫ້​ແກ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ບັນດາ​ວິທະຍຸ​ກະຈາຍ​ສຽງ​ບັນດາ​ແຂວງ. ລະບົບ​ກະຈາຍສຽງ​ພາສາ​ຕ່າງປະ​ເທດ ຂອງ ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະກອບ​ດ້ວຍ 12 ພາສາ, ​ໃນ​ນັ້ນ​ມີ​ພາສາ​ລາວ ​ແລະ ລາຍການ​ພາສາ​ຫວຽດນາມ ທີ່​ສະຫງວນ​​ໃຫ້​ແກ່​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ, ພ້ອມ​ທັງ​ຫາ​ກໍ​ສະ​ເໜີ​ຕົວ​ເວັບ​ໄຊ​ດ້ວຍ 12 ພາສາ. ທ່ານຮອງ​ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ Vu Hai ​ໃຫ້​ຮູ້​ວ່າ:

“ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ມີ​ສຳນັກງານ​ປະຈຳຢູ່​ພາຍ​ໃນ​ປະ​ເທດ 5 ​ແຫ່ງນັ້ນ​ແມ່ນ: ​ເຊີນ​ລາ (​ເຂດ​ໄຕ​ບັກ), ດ່າ​ໜັງ(ພາກ​ກາງ), ດັກ​ລັກ (​ເຂດ​ໄຕ​ງວຽນ), ​ເກີນ​ເທີ (​ເຂດ​ຕາ​ເວັນ​ອອກ​ພາກ​ໃຕ້) ​ແລະ ນະຄອນ ​ໂຮ່ຈີ​ມິນ. ນອກຈາກ​ນັ້ນ​ແລ້ວ, ພວກ​ຂ້າພະ​ເຈົ້າ​ກໍ​ມີ​ສຳນັກ​ງານຜູ້ຕາງໜ້າ​ຢູ່​ຕ່າງປະ​ເທດ 9 ​ແຫ່ງ, ຢູ່ ອາ​ຊີ ມີ ລາວ, ຈີນ, ກຳປູ​ເຈຍ, ​ໄທ. ​ເຂດ​ອາບຟຣີກາ​ເໜືອ ​ແລະ ຕາ​ເວັນ​ອອກ​ກາງ ມີ: ອີ​ຢິບ​. ຢູ່ ​ເອີ​ລົບ ມີ ຝຣັ່ງ, ລັດ​ເຊຍ, ນອກຈາກ​ນັ້ນ​ຍັງ​ມີ ອາ​ເມ​ລິ​ກາ”

ທີ່​ການ​ຕ້ອນຮັບ, ທ່ານ​ບຸນ​ຈອມ ວົງ​ເພັດ, ຜູ້ອຳນວຍການ​ໃຫຍ່​ໂທລະພາບ​ແຫ່ງ​ຊາດ ລາວ ສະ​ແດງ​ຄວາມຫວັງ​ຢາກ​ໃຫ້​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໃຫ້ການຮ່ວມ​ມື, ​ແບ່ງປັນ​ບັນດາ​ບົດຮຽນ​ໃນ​ການ​​ເຮັດ​ວຽກ ​ເພື່ອ​ພັດທະນາ​ພາລະກິດ​ກະຈາຍສຽງ - ​ໂທລະພາບ​ຂອງ ສປປ ລາວ ດີ​ຍິ່ງ​ຂຶ້ນ​ອີກ.