ການ​ນຳ​ພັກ,ລັດ​ຫວຽດ​ນາມຕ້ອນຮັບລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາ

Chia sẻ
ຕອນ​ບ່າຍ​ວັນ​ທີ 1/6, ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ Ashton Carter ນຳ​ໜ້າ​ພວມ​ຢູ່​ຢ້ຽມ​ຢາມ ຫວຽດ​ນາມ.
ການ​ນຳ​ພັກ,ລັດ​ຫວຽດ​ນາມຕ້ອນຮັບລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຕ້ອນ​ຮັບ​​ທ່ານ​ລັດ​ຖະ​ມົນ​ຕີ  Ashton Carter
(ພາບ: chinhphu.vn)

(vovworld) – ​ຕອນ​ບ່າຍ​ວັນ​ທີ 1/6, ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ Ashton Carter ນຳ​ໜ້າ​ພວມ​ຢູ່​ຢ້ຽມ​ຢາມ ຫວຽດ​ນາມ. ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຢັ້ງ​ຢືນ​ແຜນ​ນະ​ໂຍ​ບາຍ​​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ແລະ ລັດ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຮັບ​ຮູ້​ການ​ຮ່ວມ​ມື​ຂອງ​ອຳ​ນາດ​ການ​ປົກ​ຄອງ, ສະ​ພາ​ແຫ່ງ​ຊາດ ແລະ ອົງ​ການ​ຕ່າງໆ, ສ່ວນ​ບຸກ​ຄົນ ອາ​ເມ​ລິ​ກາ ເວົ້​າ​ລວມ​ໃນ​ການ​ເຂົ້າ​ຮ່​ວມ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກສົງ​ຄາມ, ພ້ອມ​ທັງ​ຊົມ​ເຊີຍ​ການ​ຮ່ວມ​ມື​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ກັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໃນ​ການ​​ເກັບ​ກູ້​ລະ​ເບີດ, ກຳ​ຈັດ​ສິ່ງ​ແວດ​ລ້ອມ…

        ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ປ​້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Ashton Carter ຢັ້ງ​ຢືນ​ວ່າ: ອາ​ເມ​ລິ​ກາ ຖື​ເປັນ​ສຳ​ຄັນ​ ແລະ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນຫຼາຍ​ດ້ານ​ກັບ ຫວຽດ​ນາມ ກ່​ວາ​ອີກ. ທ່ານ​ລັດ​ຖະ​ມົນ​ຕີ ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ຄວາມ​ຈຳ​ເປັນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄ​ະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລະ​ຫວ່າງ 2 ປະ​ເທດ, ໃນ​ນັ້ນ​ເນັ້ນ​ໜັກ​​ເຖິງຄວາມ​ສຳ​ຄັນ ແລະ ຄວາມ​ໝາຍ​ປະ​ຫວັດ​ສາດ​ຂອງ​ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ. ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ຄວາມ​ສະ​ຫງົບ, ປອດ​ໄພ ແລະ ຄວາ​ມ​ເສ​ລີ​​ໃນການ​ເດີນ​ທະ​ເລ,  ການ​ບິນ​ໃນ​ພາກ​ພື້ນ ແລະ ບັນ​ດາ​ການ​ຜັນ​ແປມໍ່ໆ​ມານີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ ລັດ​ຖະ​ມົນ​ຕີ Ashton Carter ຢັ້ງ​ຢືນ​ຄືນ​ໃໝ່​ທັດ​ສະ​ນະ​ສະ​ໜັບ​ສະ​ໜູນ​ເລື່ອງ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​ດ້ວຍ​​ວິ​ທີ​ການ​ທູດ ແລະ ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່າ​ນ​ Ashton Carter, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຖື​ວ່າ: ຖະ​ແຫຼງ​ການ​ກ່ຽວ​ກັບ​ວິ​ໄສ​ທັດ​ລວມ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ​ຫາກໍ່​ລົງ​ນາມນັ້ນ​ແມ່ນ​ພື້​ນ​ຖານ​ສຳ​ຄັນ​ເພື່ອ​ໃຫ້​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ໃນ​ຂົງ​ເຂດນີ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ.

        ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ຍາມ​ໃດ​ກໍ່​​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສ້າງ​ສາ​ປະ​ເທດ​ວັດ​ທະ​ນາ​ຖາ​ວອນ, ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ​ທຸກໆ​ປະ​ເທດ​ບົນ​ພື້ນ​ຖານ​ຄວາມ​ສາ​ມັກ​ຄີ ແລະ ມິດ​ຕະ​ພາບ. ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ບົນ​ພື້ນ​ຖານ​ການ​ໂອ້​ລົມ​ສົນ​ທະ​ນາ​ສັນ​ຕິ​ພາບ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ພິ​ເສດ​ແມ່ນ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ຂອງ ສ​ປ​ຊ, ປະ​ຕິ​ບັດ DOC ຢ່າງ​ເຂັ້ມ​ງວດ ແລະ ມຸ່ງ​ໄປ​ເຖິງ COC ໂດຍ​ໄວ. ທ່ານ​ປະ​ທານ​ປະ​ເທດ ເນ​ັ້ນ​ໜັກ​​ວ່າ: ປະ​ຕິ​ກິ​ລິ​ຍາ​ຂອງ ຫວຽດ​ນາມ​ ແມ່ນ​ຈະ​ແຈ້ງ, ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳ​ເຮັດ​ໃຫ້​ສະ​ພາບ​ເດີມ​ປ່ຽນ​ແປງ, ລະ​ເມີດ​ກົດ​ໝາຍ​ສາ​ກົນ​ຢ່າງ​ແຮງ. ທ່ານ​ປະ​ທານ​ປະ​ເທດ ຢັ້ງ​ຢືນ​ວ່າ: ຄວາມ​ໄຮ້​ເຫດ​ຜົນ​ຂອງ​ເສັ້ນ​ລີ້ນ​ງົວ 9 ຕອນ ພວມ​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ. ທ່ານ​ລັດ​ຖະ​ມົນ​ຕີ Ashton Carter ໃຫ້​ຮູ້​ວ່າ: ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ມີ​ທັດ​ສະ​ນະ​ຄ້າຍ​ຄື​ກັນ​ທີ່ກ່ຽວ​ຂ້ອງ​ເຖິງ​ສັນ​ຕິ​ພາບ, ຄວ​າມ​ສະ​ຫງົບ, ຄວາມ​ປອດ​ໄພ​​ໃນການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ຫວັງ​ວ່າ 2 ຝ່າຍ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ກ່ຽ​ວ​ກັບ​ບັນ​ຫາ​ນີ້.