ການ​ນຳ​ບັນ​ດາ​ປະ​ເທດ​ສົ່ງ​ໂທ​ລະ​ເລກ, ສານອວຍ​ພອນ​ທ່ານ ປ​ະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ

Chia sẻ
(VOVWORLD) -ເນື່ອງໃນໂອກາດທ່ານ ຫວໍວັນເຖືອງ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ເປັນປະທານປະເທດ ແຫ່ງ ສສ.ຫວຽດນາມ, ການນຳບັນດາປະເທດ: ລາວ, ຈີນ, ກຳປູເຈຍ, ກູບາ ໄດ້ສົ່ງໂທລະເລກ ແລະ ສານ ອວຍພອນ.
ການ​ນຳ​ບັນ​ດາ​ປະ​ເທດ​ສົ່ງ​ໂທ​ລະ​ເລກ, ສານອວຍ​ພອນ​ທ່ານ ປ​ະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ - ảnh 1ທ່ານ ຫວໍວັນເຖືອງ ກ່າວຄຳເຫັນໃນພິທີສາບານຕົວຮັບດຳລົງຕຳແໜ່ງ ປະທານປະເທດ (ພາບ: vov.vn)

 ໃນສ່ານອວຍພອນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຢັ້ງຢືນວ່າ ຍາມໃດກໍພ້ອມແລ້ວທີ່ຈະຮ່ວມມື ເພື່ອແນໃສ່ປະກອບສ່ວນເຂົ້າໃນການປັບປຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

         ໃນສານອວຍພອນ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ກໍສະແດງໃຫ້ເຫັນວ່າ ຈີນຖືສາຍພົວພັນ ຈີນ - ຫວຽດ ເປັນສຳຄັນ, ພ້ອມແລ້ວທີ່ຈະພ້ອມກັບທ່ານປະທານປະເທດ ຫວໍວັນເຖືອງ ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ສືບຕໍ່ພັດທະນາເປັນປົກກະຕິ, ປອດໃສ, ພ້ອມກັນມຸ່ງໄປເຖິງການສ້າງປະຊາຄົມຮ່ວມຊາຕະກຳ ທີ່ມີຄວາມໝາຍຍຸດທະສາດ ຈີນ - ຫວຽດນາມ.

         ສ່ວນ ກະສັດ ກຳປູເຈຍ Norodom Sihamoni ສະແດງຄວາມເຊື່ອໝັ້ນວ່າ  ພາຍໃຕ້ການນຳພາຂອງທ່ານປະທານປະເທດ ຫວໍວັນເຖືອງ, ຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງ, ພັດທະນາໃນທຸກຂົງເຂດ ແລະ ມີບົດບາດສຳຄັນໃນພາກພື້ນ ແລະ ໃນໂລກ.

         ທ່ານ Miguel Diaz-Canel Bermudez ເລຂາທິການໃຫຍ່ຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ກູບາ ກໍໄດ້ເຊື່ອໝັ້ນວ່າ ສອງປະເທດ ກູບາ ແລະ ຫວຽດນາມ ຈະສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືສອງຝ່າຍໃນທຸກຂົງເຂດ, ປັບປຸງສາຍພົວພັນທີ່ເປັນແບບຢ່າງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ຕອບກັບ