ການນໍາພັກ, ລັດ ຫວຽດນາມ ພົບປະກັບພະນັກງານສະຖານທູດ ແລະ ປະຊາຄົມຊາວຫວຽດນາມອາໄສ ຢູ່ ລັດເຊຍ

Chia sẻ
(VOVWORLD) -ຕອນຄໍ່າວັນທີ 23 ກັນຍາ, ຢູ່ສະຫະພັນລັດເຊຍ, ທ່ານປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເໝິນ ແລະ ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ ໄດ້ໄປຢ້ຽມຢາມ, ໂອ້ລົມກັບພະນັກງານ ສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ລັດເຊຍ. 
ການນໍາພັກ, ລັດ ຫວຽດນາມ ພົບປະກັບພະນັກງານສະຖານທູດ ແລະ ປະຊາຄົມຊາວຫວຽດນາມອາໄສ ຢູ່ ລັດເຊຍ - ảnh 1 ທ່ານ ເຈີ່ນແທງເໝິນ ແລະ ທ່ານ ອວງຈູລືວ ໂອ້ລົມກັບພະນັກງານ ສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ລັດເຊຍ

ກ່າວຄໍາເຫັນນະທີ່ນີ້, ທ່ານ ເຈິ່່ນແທງເໝິນ ປາດຖະໜາວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ ລັດເຊຍ ຍາມໃດກໍມີຄວາມສາມັກຄີີ, ອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ປະຕິບັດຕາມກົດໝາຍຂອງປະເທດປະຈໍາຖິ່ນ, ບັນດາປະຊາຄົມຊາວຫວຽດນາມ ຈະສືບຕໍ່ພັດທະນາ, ປະກອບສ່ວນຮັດແໜ້ນການພົວພັນມິດຕະພາບ ລະຫວ່າງສອງປະເທດ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລີືວ ກໍໄດ້ສະເໜີໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ລັດເຊຍ ຈົ່ງມີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ ສ້າງສາບ້ານເກີດເມືອງນອນ, ປະກອບສ່ວນຍົກສູງພາບພົດ ແລະ ທີ່ຕັ້ງບົດບາດຂອງຫວຽດນາມ ໃຫ້ເປັນປະເທດທີ່ມີຄວາມຮັບຜິດຊອບ ຕໍ່ປະຊາຄົມສາກົນ.

        Van Thuong, ນັກຂ່າວ VOV ປະຈໍາ ມົດສະກູ


 

ຕອບກັບ