ການ​ນໍາ​ບັນດາ​ປະ​ເທດ​ຈະ​ບໍ່​​ໄປ​​ເຂົ້າ​ຮ່ວມ​ກອງ​ປະຊຸ​ມສຸດ​ຍອດ​ປະ​ຈໍາປີ ສະມັດຊາ​ໃຫຍ່ ສປຊ ​ຄັ້ງ​ທີ 75 ຢູ່​ນິວຢອກ

Chia sẻ
(VOVWORLD) -ປັນຄັ້ງທໍາອິດໃນປະຫວັດສາດ 75 ປີ ຂອງ ສປຊ, ການນໍາບັນດາປະເທດໃນໂລກ ຈະບໍ່ເດີນທາງໄປ ເຂົ້າຮ່ວມກອງປະຊຸມສຸດຍອດປະຈໍາປີ ສະມັດຊາໃຫຍ່ ສປຊ ຄັ້ງທີີ 75 ຢູ່ ນິວຢອກ ເຊິ່ງຈະດໍາເນີນໃນທ້າຍເດືອນກັນຍາ ຈະມາເຖິງ ຍ້ອນໂລກລະບາດໂຄວິດ - 19.
ການ​ນໍາ​ບັນດາ​ປະ​ເທດ​ຈະ​ບໍ່​​ໄປ​​ເຂົ້າ​ຮ່ວມ​ກອງ​ປະຊຸ​ມສຸດ​ຍອດ​ປະ​ຈໍາປີ ສະມັດຊາ​ໃຫຍ່ ສປຊ ​ຄັ້ງ​ທີ 75 ຢູ່​ນິວຢອກ - ảnh 1ສຳນັກງານຂອງ ສະຫະປະຊາຊາດ ຕັ້ງຢູ່ ນິວຢອກ (ພາບ: UN)

ທ່ານ Tijjani Muhammad – Bande ປະທານສະມັດຊາໃຫຍ່ ສປຊ, ໃຫ້ຮູ້ວ່າ ເປັນຄັ້ງທໍາອິດໃນປະຫວັດສາດ 75 ປີ ຂອງ ສປຊ, ການນໍາບັນດາປະເທດໃນໂລກ ຈະບໍ່ເດີນທາງໄປ ເຂົ້າຮ່ວມກອງປະຊຸມສຸດຍອດປະຈໍາປີ ສະມັດຊາໃຫຍ່ ສປຊ ຄັ້ງທີີ 75 ຢູ່ ນິວຢອກ ເຊິ່ງຈະດໍາເນີນໃນທ້າຍເດືອນກັນຍາ ຈະມາເຖິງ ຍ້ອນໂລກລະບາດໂຄວິດ - 19.

        ເດືອນແລ້ວນີ້, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະເໜີແນະຢູ່ໃນ ກອງປະຊຸມຂອງການນໍາບັນດາປະເທດໃນໂລກ ໂດຍຖືວ່າເຫດການສະເຫຼີມສະຫຼອງວັນສ້າງຕັ້ງ ສປຊ ຄົບຮອບ 75 ປີ ນັ້ນ ຈະຖືກຮັດແຄບເຂົ້າຫຼາຍພໍສົມຄວນ ຍ້ອນໂລກລະບາດໂຄວິດ - 19. ໃນຈົດໝາຍຝາກເຖິງປະທານສະມັດຊາໃຫຍ່ ສປຊ, ທ່ານ ເລຂາທິການໃຫຍ່ ສປຊ ສະເໜີໃຫ້ປະມຸກລັດ ແລະ ການນໍາລັດຖະບານບັນດາປະເທດ ຈົ່ງສົ່ງສານຕ່າງໆ ແລະ ແຕ່ລະປະເທດສະມາຊິກທີ່ມີສໍານັກງານຕັ້ງຢູ່ ນິວຢອກ  ໃຫ້ແຕ່ງຕັ້ງນັກການທູດຜູ້ດຽວໄປເຂົ້າຮ່ວມ.


ຕອບກັບ