ການ​ນໍາ​ຂັ້ນ​ສູງ ຫວຽດນາມ ຈະ​ສົ່ງ​ສານ​ໄປ​ຍັງກອງ​ປະຊຸມ​ຕ່າງ​ໆ​ໃນ​ສັບປະດາ​ສຸດ​ຍອດ ສະມັດ​ຊາ​ໃຫຍ່ ສປຊ ຊຸດ​ທີ 75

Chia sẻ
(VOVWORLD) -  ໃນລະຫວ່າງວັນທີ 21 ກັນຍາ ຫາວັນທີ 2 ຕຸລາ, ສັບປະດາສຸດຍອດ ສະມັດຊາໃຫຍ່ ສປຊ ຊຸດທີ 75 ຈະດໍາເນີນຕາມຮູບແບບອອນລາຍ ແລະ ຢູ່ກັບທີ່ ທີ່ສໍານັກງານ ສປຊ ຢູ່ ອາເມລິກາ. ການນໍາ ຫວຽດນາມ ຈະສົ່ງສານສໍາຄັນຕ່າງໆມາຍັງບັນດາກອງປະຊຸມດັ່ງກ່າວ.
ການ​ນໍາ​ຂັ້ນ​ສູງ ຫວຽດນາມ ຈະ​ສົ່ງ​ສານ​ໄປ​ຍັງກອງ​ປະຊຸມ​ຕ່າງ​ໆ​ໃນ​ສັບປະດາ​ສຸດ​ຍອດ ສະມັດ​ຊາ​ໃຫຍ່ ສປຊ ຊຸດ​ທີ 75 - ảnh 1 (ພາບປະກອບ:baoquocte.vn)

        ຄາດວ່າວັນທີ 24 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຈະສົ່ງສານໄປຍັງ “ວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 75”.

        ວັນທີ 21 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຈະສົ່ງສານໄປຍັງ “ພິທີສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງ ສປຊ”

        ວັນທີ 01 ຕຸລາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຈະສົ່ງສານໄປຍັງ “ພິທີສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງ ກອງປະຊຸມກ່ຽວກັບແມ່ຍິງ ຄັ້ງທີ 4 ທົ່ວໂລກ”.

        ວັນທີ 02 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ຈະສົ່ງສານໄປຍັງ “ພິທີສະເຫຼີມສະຫຼອງວັນສາກົນລົບລ້າງອາວຸດນິວເຄຼຍ ຢ່າງສິ້ນເຊິງ”.

ຕອບກັບ