ກະຊວງສາທາລະນະສຸກຫວຽດນາມ ເຮັດວຽກກັບແຂວງ ກວາງນິງ ກ່ຽວກັບແບບວິທີການແຍກຕົວ 7 ວັນສຳລັບຜູ້ເຂົ້າເມືອງ

Chia sẻ
(VOVWORLD) -ຕາມຂໍ້ຕົກລົງຂອງກະຊວງສາທາລະນະສຸກແລ້ວ, ບັນດາຜູ້ສັກວັກຊິນກັນໂຄວິດ-19 ຄົບຕາມຂໍ້ກຳນົດ, ຜູ້ເຂົ້າເມືອງມີໃບຢັ້ງຢືນປິ່ນປົ່ວພະຍາດໂລກລະບາດໂຄວິດ-19 ຫາຍດີເປັນປົກກະຕິພາຍໃນເວລາ 12 ເດືອນ
ກະຊວງສາທາລະນະສຸກຫວຽດນາມ ເຮັດວຽກກັບແຂວງ ກວາງນິງ ກ່ຽວກັບແບບວິທີການແຍກຕົວ 7 ວັນສຳລັບຜູ້ເຂົ້າເມືອງ - ảnh 1(ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໂດ້ຊວັນຕວຽນ ເຮັດວຽກກັບແຂວງ ກວາງນິງ)

ຕອນບ່າຍວັນທີ 01 ກໍລະກົດ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໂດ້ຊວັນຕວຽນ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ມີການເຮັດວຽກກັບແຂວງ ກວາງນິງ ເພື່ອເປັນເອກະພາບທິດທາງແນະນຳການຜັນຂະຫຍາຍການແຍກຕົວສາທາລະນະສຸກໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ສຳລັບຜູ້ເຂົ້າເມືອງ.

        ຕາມຂໍ້ຕົກລົງຂອງກະຊວງສາທາລະນະສຸກແລ້ວ, ບັນດາຜູ້ສັກວັກຊິນກັນໂຄວິດ-19 ຄົບຕາມຂໍ້ກຳນົດ, ຜູ້ເຂົ້າເມືອງມີໃບຢັ້ງຢືນປິ່ນປົ່ວພະຍາດໂລກລະບາດໂຄວິດ-19 ຫາຍດີເປັນປົກກະຕິພາຍໃນເວລາ 12 ເດືອນ ແລະ ມີຜົນການວິໄຈໄວຣັດ SARS-CoV-2 ເປັນລົບ ຈະແຍກຕົວດ້ານສາທາລະນະສຸກເປັນເວລາ 7 ວັນຢູ່ ກວາງນິງ. ໃນສະເພາະໜ້າ, ການທົດລອງດັ່ງກ່າວຈະໄດ້ປະຕິບັດໃນເດືອນ ກໍລະກົດ ແລະ ໃນເບື້ອງຕົ້ນແຂວງ ກວາງນິງ ພຽງແຕ່ນຳໃຊ້ສຳລັບຜູ້ທີ່ເຂົ້າເມືອງຜ່ານທ່າອາກາດສະຍານສາກົນ ເວີນດົ່ນ ເທົ່ານັ້ນ.

        ໃນເຫດການທີ່ກ່ຽວຂ້ອງ, ກະຊວງສາທາລະນະສຸກຫວຽດນາມ ໄດ້ສ້າງຕັ້ງໜ່ວຍໜູນຊ່ວຍວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ແຂວງ ດົ່ງທາບ. ຕາມຂໍ້ຕົກລົງແລ້ວ, ໜ່ວຍໜູນຊ່ວຍມີໜ້າທີ່ໜູນຊ່ວຍໃນການຈັດຕັ້ງຜັນຈະຫຍາຍການເຄື່ອນໄຫວເກັບເອົາຕົວຢ່າງ; ແນະນຳການວິໄຈ; ໜູນຊ່ວຍວຽກງານປິ່ນປົວ; ປ້ອງກັນ ຕ້ານໂລກລະບາດ, ແກ້ໄຂໂລກລະບາດຢູ່ເຂດແຍກຕົວ, ເຂດອຸດສາຫະກຳ, ສຳນັກງານ, ໂຮງຮຽນ, ເຂດສາທາລະນະ.

ຕອບກັບ