ກອງປະຊຸມໃຫຍ່ສະມາຄົມນັກສຶກສານະຄອນຮ່າໂນ້ຍຄັ້ງທີ6,ອາຍຸການ2013-2018

Chia sẻ
vovworld)-ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ ຫງວຽນ​ດັກ​ວີ​ງ, ​ເລຂາ​ທີ​ຫນຶ່ງ​ສູນ​ກາງ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ​ໂຮ່ຈິ​ມີນ ​ເນັ້ນ​ຫນັກ​ວ່າ: ​ໃນ​ອາຍຸ​ການ​ໃຫມ່, ສະມາຄົມນັກ​ສຶກສານະຄອນ​ຮ່າ​ໂນ້ຍ
ກອງປະຊຸມໃຫຍ່ສະມາຄົມນັກສຶກສານະຄອນຮ່າໂນ້ຍຄັ້ງທີ6,ອາຍຸການ2013-2018 - ảnh 1
ກອງປະຊຸມໃຫຍ່ສະມາຄົມນັກສຶກສານະຄອນຮ່າໂນ້ຍ
ພາບ: internet

(vovworld)-​ ກອງ​ປະຊຸມ​ໃຫຍ່​ດຳ​​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 3/11 ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ ຫງວຽນ​ດັກ​ວີ​ງ, ​ເລຂາ​ທີ​ຫນຶ່ງ​ສູນ​ກາງ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ​ໂຮ່ຈິ​ມີນ ​ເນັ້ນ​ຫນັກ​ວ່າ: ​ໃນ​ອາຍຸ​ການ​ໃຫມ່, ສະມາຄົມນັກ​ສຶກສານະຄອນ​ຮ່າ​ໂນ້ຍ ຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຫລາຍ​ກວ່າ, ລະອຽດ​ແລະ​​ແທດ​ຈິງ​ເພື່ອ​ດຶງ​ດູດ​ນັກຮຽນ, ນັກ​ສຶກສາ​ເຂົ້າ​ຮ່ວມ.

        “ຄວນ​ສ້າງ​ນ້ຳ​ໃຈ​ສາມັກຄີ​ໃນ​ນັກ​ສຶກສາ​ນະຄອນຫລວງ ກ່ອນ​ອື່ນ​ໝົດ​ແມ່ນ​ສາມັກຄີ​ໃນ​ການ​ຮັບ​ຮູ້​ກ່ຽວ​ກັບ​ຈຸດໝາຍ​ແນວ​ຄິດ, ຈາກ​ນັ້ນ ອອກ​ແຮງ​ຮຳ່ຮຽນ, ຝືກຝົນ​ຫລໍ່ຫລອມ, ​ເຂົ້າ​ຮ່ວມ​ວຽກ​ງານ​ສັງຄົມ, ປະກອບສ່ວນ​ເຮັດ​ໃຫ້​ນະຄອນຫລວງ​ຮັ່ງມີ,​ສວຍ​ງາມ ​ແລະ ສີວິ​ໄລ ກໍ​ຄື​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ. ”