ກອງປະຊຸມເວທີປາໄສເສດຖະກິດໂລກ Davos 2018 ມຸ່ງໄປເຖິງການ “ສ້າງອະນາຄົດລວມໃນໂລກຖືກແຕກແຫງ”

Chia sẻ
(VOVWORLD) -ກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກ (WEF) ຄັ້ງທີ 48 ຈະດຳເນີນໃນເດືອນ ມັງກອນ 2018 ຢູ່ Davos ມຸ່ງໄປເຖິງການ “ສ້າງອະນາຄົດລວມໃນໂລກຖືກແຕກແຫງ”.

ກອງປະຊຸມເວທີປາໄສເສດຖະກິດໂລກ Davos 2018 ມຸ່ງໄປເຖິງການ “ສ້າງອະນາຄົດລວມໃນໂລກຖືກແຕກແຫງ” - ảnh 1ທ່ານປະທານບໍລິຫານ WEF Klaus Schwab

(ພາບປະກອບ: AFP/TTXVN)

ແຈ້ງການວັນທີ 13 ພະຈິກ, WEF ໃຫ້ຮູ້ວ່າ ຫົວຂໍ້ຂອງກອງປະຊຸມຄັ້ງທີ 48 ແມ່ນ “ຊອກຮູ້ສາຍເຫດເລິກເຊິ່ງ ແລະ ບັນດາມາດຕະການແກ້ໄຂແທດຈິງໃຫ້ບັນດາການແຕກແຫງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ເຊິ່ງໂລກພວມປະເຊີນໜ້າ”. ແລະກໍ່ໃນແຈ້ງການເມື່ອວັນທີ 13 ພະຈິກ, WEF ໄດ້ປະກາດບັນຊີລາຍຊື່ບັນດາປະທານຮ່ວມກອງປະຊຸມປະຈຳປີດັ່ງກ່າວລ້ວນແຕ່ແມ່ນແມ່ຍິງທັງໝົດ.

        WEF ຄັ້ງທີ 48 ຈະຖືກດຳເນີນໃນລະຫວ່າງວັນທີ 23 - 26 ມັງກອນ 2018 ຢູ່ Davos, ດ້ວຍກວ່າ 400 ວາລະປະຊຸມຖືກດຳເນີນຢ່າງຕໍ່ເນື່ອງ. ຄາດວ່າຈະມີຜູ້ແທນກວ່າ 3.000 ທ່ານທີ່ມາຈາກ 100 ປະເທດເຂົ້າຮ່ວມ. ມີປະມຸກລັດ ແລະ ຜູ້ນຳໜ້າບັນດາລັດຖະບານປະມານ 50 ທ່ານຈະເຂົ້າຮ່ວມເຫດການດັ່ງກ່າວ.

ຕອບກັບ