ກອງປະຊຸມເຈົ້າໜ້າທີ່ອາວຸໂສ ເວທີປາໄສພາກພື້ນ ອາຊຽນ

Chia sẻ
(VOVWORLD) -   ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ສະເໜີໃຫ້ບັນດາປະເທດຄູ່ຮ່ວມມືເຄົາລົບນັບຖືບົດບາດໃຈກາງຂອງ ອາຊຽນ ກໍ່ຄືຄຸນຄ່າ
 
ກອງປະຊຸມເຈົ້າໜ້າທີ່ອາວຸໂສ ເວທີປາໄສພາກພື້ນ ອາຊຽນ - ảnh 1 ທ່ານເອກອັກຄະລັດຖະທູດ ຫວູໂຮ່
(ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ກອງປະຊຸມເຈົ້າໜ້າທີ່ອາວຸໂສ  (SOM) ເວທີປາໄສພາກພື້ນ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (ARF) ໄດ້ດຳເນີນໃນວັນທີ 14 ມິຖຸນາ, ຢູ່ ອິນໂດເນເຊຍ. ນະທີ່ນີ້, ເມື່ອປຶກສາຫາລືກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ຜູ້ຕາງໜ້າບັນດາປະເທດສະແດງຄວາມວິຕົກວັງວົນກ່ຽວກັບຜົນກະທົບຂອງບັນດາສະຖານທີ່ຮ້ອນເຮັ່ງຄື: ການປະທະກັນຂອງ ລັດເຊຍ - ຢູແກຼນ, ແຫຼມ ເກົາຫຼີ, ມຽນມາ… ຕະຫຼອດຮອດສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ. ບັນດາປະເທດຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ຫລຸດຜ່ອນຄວາມເຄັ່ງຕຶງ, ເພີ່ມທະວີການໂອ້ລົມສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ແກ້ໄຂບັນດາບັນຫາໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ສະເໜີໃຫ້ບັນດາປະເທດຄູ່ຮ່ວມມືເຄົາລົບນັບຖືບົດບາດໃຈກາງຂອງ ອາຊຽນ ກໍ່ຄືຄຸນຄ່າ ແລະ ຄະຕິທຳການເຄື່ອນໄຫວຂອງ ເວທີປາໄສ. ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ທ່ານ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ອາຊຽນ ຫວຽດນາມ ສະເໜີໃຫ້ບັນດາຝ່າຍເຂົ້າຮ່ວມ ARF ແກ້ໄຂຄວາມບໍ່ລົງລອຍກັນໃຫ້ສົມດຸນ, ເພື່ອຊຸກຍູ້ການສຳຜັດສັງລວມ ແລະ ຮອບດ້ານ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍດັ່ງກ່າວຢ່າງມີປະສິດທິຜົນ. ກ່ຽວກັບທະເລຕາເວັນອອກ, ເອກອັກຄະລັດຖະທູດ ແບ່ງປັນທັດສະນະກ່ຽວກັບການຜັນແປທີ່ສັບສົນຢູ່ເຂດທະເລນີ້, ຍົກສູງຫຼັກໝັ້ນຂອງ ອາຊຽນ ແລະ ສະເໜີບັນດາຄູ່ຮ່ວມມືເມື່ອເຄື່ອນໄຫວຢູ່ ທະເລຕາເວັນອອກ ຕ້ອງເຄົາລົບບັນດາຫຼັກການນີ້, ພິເສດແມ່ນການເຄົາລົບກົດໝາຍສາກົນ ແລະ UNCLOS ປີ 1982, ຮ່ວມແຮງຮ່ວມໃຈສ້າງທະເລຕາເວັນອອກ ເປັນເຂດທະເລສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ.

ຕອບກັບ