ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກ ຢູ່ ສະພາສູງ ຝລັ່ງ

Chia sẻ
(VOVWORLD) -ເນີນກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກ ຊື່ງໄດ້ດຶງດູດນັກຮຽນຮູ້, ສາດສະດາຈານ, ທະນາຍຄວາມ, ນັກຂ່າວເກືອບ 20 ຄົນ ຢູ່ ຝລັ່ງ ແລະ ເອີລົບ ເປັນຜູ້ບັນລະຍາຍ ພ້ອມດ້ວຍຜູ້ແທນນັບສີບໆຄົນທີ່ມີຄວາມສົນໃຈກ່ຽວກັບທະເລໄດ້ເຂົ້າຮ່ວມ.
ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກ ຢູ່ ສະພາສູງ ຝລັ່ງ - ảnh 1ແຂກຖືກເຊີນ ແລະ ນັກຮຽນຮູ້ ເຂົ້າຮ່ວມກອງປະຊຸມສຳມະນາ. ພາບ: VOV

ກອງປະຊຸມໄດ້ແບ່ງເປັນ 4 ວາລະປຶກສາຫາລື ດ້ວຍບັນດາຫົວຂໍ້ຄື: ມະຫາສະມຸດອິນເດຍ - ປາຊີຟິກ ພາຍໃຕ້ແສງສະຫວ່າງຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລ (UNCLOS) ປີ 1982. ທະເລ - ຈຸດສຸມແມ່ນຄວາມໝັ້ນຄົງ; ການປ່ຽນແປງຂອງດິນຟ້າອາກາດ - ປັດໄຈວິກິດການໃຫມ່ຢູ່ ພາກພື້ນ ມະຫາສະມຸດອິນເດຍ -ປາຊີຟິກ. ເວທີການເມືອງພາກພື້ນເປັນຫລາຍຮູບແບບ ແລະ ບົດບາດຂອງ ຝລັ່ງ.

ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ Alexandre Negrus ປະທານ ສະຖາບັນ EGA, ໃຫ້ຮູ້ວ່າ: ຫນຶ່ງໃນບັນດາສາຍເຫດຊື່ງ ສະຖາບັນໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກ ແມ່ນເລີ່ມມາຈາກສະພາບການດ້ານພູມສາດການເມືອງຂອງພາກພື້ນ ແລະ ໂລກ ພວມມີການປ່ຽນແປງເລິກເຊິ່ງ, ໃນນັ້ນ ທະເລຕາເວັນອອກແມ່ນພາກພື້ນ ຍາມໃດກໍ່ຊ້ອນແຝງຄວາມສ່ຽງ ແລະ ອາດກາຍເປັນຈຸດ “ຮ້ອນເຮ່ັ່ງ”ໃຫມ່ຂອງໂລກ. ບັນດາປະເທດຕາເວັນຕົກ, ໃນນັ້ນ ມີຝລັ່ງ ຄວນມີການຮັບຮູ້ຢ່າງຄົບຖ້ວນກ່ຽວກັບບົດບາດ, ຄວາມສຳຄັນຂອງບັນຫາທະເລຕາເວັນອອກຕໍ່ຫນ້າຄວາມສ່ຽງ ແລະ ສິ່ງທ້າທາຍນີ້. ບັນດາບົດປະກອບຄຳເຫັນຢູ່ກອງປະຊຸມສຳມະນາໄດ້ເນັ້ນຫນັກເຖິງຄວາມສຳຄັນໃນການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມເສລີຢູ່ທະເລຕາເວັນອອກ ຄວາມຈຳເປັນຕ້ອງເຄົາລົບ ແລະ ປະຕິບັດກົດໝາຍທະເລປີ 1982 ແລະ ບັນດາຄຳໝັ້ນສັນຍາຂອງບັນດາປະເທດໃນພາກພື້ນ.

ຕອບກັບ