ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ |
ທ່ານເຈີນແທງເໝີນ, ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ທ່ານ ຄຳໄບ ດຳລັດ, ຮອງປະທານແນວລາງສ້າງຊາດ ເປັນປະທານຮ່ວມກອງປະຊຸມ. ທີ່ກອງປະຊຸມ, ສອງຝ່າຍເປັນເອກະພາບກັນທາງດ້ານທິດທາງ, ຫນ້າທີ່ສົມທົບກັນກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ການຮ່ວມມືພ້ອມກັນພັດທະນາໄລຍະ 2017 – 2020. ທ່ານ ເຈີນແທງເໝີນ, ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢືນຢັນວ່າ:
“ ອົງການແນວໂຮມປະເທດຊາດ ຫວຽດນາມ ແລະ ອົງການແນວລາວສ້າງຊາດ ຕັດສິນໃຈພ້ອມກັນຮັກສາ ແລະ ພັດທະນາສາຍພົວພັນບໍລິສຸດຜຸດຜ່ອງ, ແມ່ນຊັບສົມບັດອັນລ້ຳຄ່າຂອງສອງຊາດ. ກອງປະຊຸມແມ່ນການພິສູດຢ່າງມີຊີວິດຊີວາໃຫ້ແກ່ບັນດາການເຄື່ອນໄຫວແທດຈິງໃຫ້ສອງອົງການແນວໂຮມປະເທດຊາດທີ່ໄດ້ປະຕິບັດໃນໄລຍະຜ່ານມາ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນຍິ່ງກວ່າອີກ, ພິເສດແມ່ນລະຫວ່າງບັນດາອຳນາດການປົກຄອງ ແລະ ປະຊາຊົນບັນດາແຂວງ ຂອງສອງປະເທດທີ່ມີເສັ້ນຊາຍແດນຮ່ວມ.”