ກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍສະຫະກອນປີ 2012

Chia sẻ
(VOVWORLD) - ກົດໝາຍວ່າດ້ວຍສະຫະກອນປີ 2012 ສະແດງໃຫ້ເຫັນຈິນຕະນາການໃໝ່ກ່ຽວກັບຮູບແບບສະຫະກອນແບບໃໝ່ ດ້ວຍແກ່ນສານແມ່ນ “ຮ່ວມມື”
ກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍສະຫະກອນປີ 2012 - ảnh 1ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເຂົ້າຮ່ວມກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍສະຫະກອນປີ 2012 (ພາບ: VGP)

ຕອນເຊົ້າວັນທີ 06 ທັນວາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຫົວໜ້າຄະນະຊີ້ນຳການປ່ຽນແປງໃໝ່, ພັດທະນາເສດຖະກິດລວມໝູ່, ສະຫະກອນເປັນປະທານກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍສະຫະກອນປີ 2012. ທີ່ກອງປະຊຸມ, ບັນດາຜູ້ແທນຢືນຢັນວ່າ: ກົດໝາຍວ່າດ້ວຍສະຫະກອນປີ 2012 ສະແດງໃຫ້ເຫັນຈິນຕະນາການໃໝ່ກ່ຽວກັບຮູບແບບສະຫະກອນແບບໃໝ່ ດ້ວຍແກ່ນສານແມ່ນ “ຮ່ວມມື”, ປະກອບສ່ວນປັບປຸງການພົວພັນການຜະລິດ, ເໝາະສົມກັບກົນໄກການຕະຫລາດ, ໃນສະພາບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ໄດ້ມອບຫຼຽນໄຊແຮງງານຊັ້ນ 3 ແລະ ໃບຍ້ອງຍໍຂອງນາຍົກລັດຖະມົນຕີໃຫ້ 7 ໝູ່ຄະນະ ແລະ 2 ບຸກຄົນ ທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍວ່າດ້ວຍສະຫະກອນປີ 2012.

ຕອບກັບ