ກອງປະຊຸມສະຫຼຸບການ ເຄື່ອນໄຫວຂອງສາສະໜາຄຮິດ ແລະ ສາສະໜາ ກາວດ່າຍ

Chia sẻ

ກອງ​ປະຊຸມ​​ສະຫຼຸບ​ການ​ເຄື່ອນ​ໄຫວ​​ຂອງສາສະໜາ​ຄຮິດ ​ແລະ ສາສະໜາ​ກາວ​ດ່າ​ຍ

ກອງປະຊຸມສະຫຼຸບການ ເຄື່ອນໄຫວຂອງສາສະໜາຄຮິດ ແລະ ສາສະໜາ ກາວດ່າຍ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 18/5, ນະຄອນ​ດ່າ​ນັ້ງ ​ໄດ້​ດຳ​ເນີນ​ກອງ​ປະຊຸມສະຫຼຸບ​ການ​ເຄື່ອນ​ໄຫວຂອງສາສະໜາ​ຄຮິດ ​ແລະ ສາສະໜາ​ກາວ​ດ່າ​ຍ ຄັ້ງ​ທີ 6. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ຫົວໜ້າ​ຄະນະ​ປະຈຳ​ຄະນະ​ສາສະໜາ​ລັດຖະບານ ຫງວຽນ​ແທງ​ຊວນ ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ​ນີ້​ນັບ​ມື້​ນັບ​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສາສະໜາ, ພ້ອມ​ກັນ​​ເຂົ້າ​ຮ່ວມ​ການເຄື່ອນ​ໄຫວ​ມະນຸດສະທຳ, ການກຸສົນ​ສັງຄົມ, ການ​ສຶກສາ​ບຳລຸງ​ສ້າງ. ທ່ານ​ຮອງ​ຫົວໜ້າ​ຄະນະ​ປະຈຳ​ຄະນະ​ສາສະໜາ​ລັດຖະບານ ຫງວຽນ​ແທງ​ຊວນ ຫວັງ​ວ່າ ດ້ວຍ​ມູນ​ເຊື້ອ​ແຫ່ງ​ຄວາມ​ສາມັກຄີ​ຮັກ​ແພງ​ກັນ ສາສະໜາ​ຄຮິດ ​ແລະ ສາສະໜາ​ກາວ​ດ່າ​ຍ ຈະ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​ວາງ​ອອກ, ກາຍ​ເປັນ​ສູນ​ແຫ່ງ​ຄວາມ​ສາມັກຄີ, ​ແນະນຳ​ຜູ້​ມີ​ຍົດ​ຖາ​ບັນດາສັກ, ສາສະ​ນິກະ​ຊົນຂອງ​ສາສະໜາ​ກາວ​ດ່າ​ຍ ​ເຄື່ອນ​ໄຫວ​ສາສະໜາ​ຕິດ​ພັນ​ກັບ​ການ​ເຄື່ອນ​ໄຫວ​ສັງຄົມ ຕາ​ທິດ​ນຳ​ທີ່​ວ່າ ”ປະ​ເທດ​ຈະ​ເລີ​ນ, ສາສະໜາ​ເຕີບ​ໂຕ”, ປະກອບສ່ວນ​ພ້ອມ​ກັບ​ປະຊາຊົນ​ສ້າງສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ. ຫົວໜ້າ​ຄະນະ​ປະຈຳ​ສາສະໜາ​ກາວ​ດ່າ​ຍ ​ເທື້ອງ​ເຫົ້າ​ແທງ ​ໄດ້​ກ່າວ​ຄວາມ​ເຫັນ​ໂດຍ​ເນັ້ນ​ໜັກ​ວ່າ: “ລັດ​ເອົາ​ໃຈ​ໃສ່​ເຖິງ​ສິດ​ເສລີ​ໃນ​ການ​ເຫຼື້ອມ​ໃສ , ການເຄື່ອນ​ໄຫວ​ສາສະໜາ ​ແລະ ການ​ພັດທະນາ​ຂອງ​ສາສະໜາ​ຕ່າງໆ​ໃນ​ທົ່ວ​ປະ​ເທດ. ສາສະໜາ​ກາວ​ດ່າ​ຍ ກໍ່​ພັດທະນາ​ພ້ອມ​ກັບ​ການ​ປ່ຽນ​ໃໝ່ ​ແລະ ພັດທະນາ​ຂອງ​ປະ​ເທດ“. ກອງ​ປະຊຸມ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ສະຫຼຸບ​ການ​ເຄື່ອນ​ໄຫວ​ສາສະໜາ​ຂອງສາສະໜາ​ຄຮິດ ​ແລະ ສາສະໜາ​ກາວ​ດ່າ​ຍ ກໍ່​ຄື​ເນື້ອ​ໃນ​ຈຳນວນ​ໜຶ່ງ.