ກອງປະຊຸມສົນທະນາດ້ານນະໂຍບາຍການປ້ອງກັນຊາດ ລະຫວ່າງ ຫວຽດນາມ - ອັງກິດ ຄັ້ງທີ 12

Chia sẻ
(VOVWORLD) -      ວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງປ້ອງກັນປະເທດ ອັງກິດ ໄດ້ຈັດຕັ້ງກອງປະຊຸມສົນທະນາກ່ຽວກັບນະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ ຄັ້ງທີ 2. 

  ທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານນາງ Baroness Goldie ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ ໄດ້ເປັນປະທານຮ່ວມກອງປະຊຸມ.

        ເພື່ອນໍາການພົວພັນດ້ານປ້ອງກັນຊາດສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່ນັ້ນ, ສອງຝ່າຍໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ. ໄລຍະຈະມາເຖິງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຈະຢ້ຽມຢາມ ອັງກິດ ຢ່າງເປັນທາງການ. ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ແກ່ການຢ້ຽມຢາມຫວຽດນາມ ຄັ້ງຕໍ່ໆໄປ ຂອງກໍ່າປັ່ນຮົບຂອງກອງທັບເຮືອ ອິງກິດ; ພ້ອມທັງປາດຖະໜາວ່າຝ່າຍອັງກິດ ຈະສືບຕໍ່ແບ່ງປັນ, ແລກປ່ຽນບົດຮຽນປະສົບການໃນບັນດາຂົງເຂດການຮ່ວມມືທາງດ້ານເສນາຮັກ, ການຮັກສາສັນຕິພາບ ສປຊ ແລະ ຈັດຕັ້ງການພົບປະແລກປ່ຽນລະຫວ່າງນາຍທະຫານໜຸ່ມ ສອງປະເທດ ແລະ ສະເໜີ ໃຫ້ເພີ່ມທະວີການບໍາລຸງສ້າງພາສາ ອັງກິດ ແລະ ພາສາຫວຽດນາມ ໃຫ້ແກ່ນາຍທະຫານຂອງກັນ.  ສອງຝ່າຍ ຄວນເພີ່ມທະວີການຊຸກຍູ້ການຮ່ວມມື, ສົມທົບສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

        ແລະກໍໃນວັນດຽວກັນ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກໍໄດ້ໃຫ້ການຕ້ອນຮັບທ່ານນາງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ Baroness Goldie.


ຕອບກັບ