ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ: ທ່ານ Donald Trump ປະທານາທິບໍດີ ອາເມລິກາ ປະກາດວ່າ ສປປ.ເກົາຫຼີ ມີຄວາມສາມາດບົ່ມຊ້ອມທີ່ດີທີ່ສຸດ.

Chia sẻ
(VOVWORLD) -“ຄວາມສາມາດບົ່ມຊ້ອມທີ່ດີສຸດຍອດ, ໂອກາດທີ່ຍິ່ງໃຫຍ່, ຍັງບໍ່ເຄີຍມີມາກ່ອນໃນປະຫວັດສາດໃຫ້ແກ່ເພື່ອນຂອງຂ້າພະເຈົ້າ,ທ່ານ Kim Jong Un. ພວກເຮົາອາດຈະຮູ້ໄດ້ໂດຍໄວ - ໜ້າຈັບໃຈຫຼາຍ” 
ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ: ທ່ານ Donald Trump ປະທານາທິບໍດີ ອາເມລິກາ ປະກາດວ່າ ສປປ.ເກົາຫຼີ ມີຄວາມສາມາດບົ່ມຊ້ອມທີ່ດີທີ່ສຸດ. - ảnh 1 ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢູ່ສະໜາມບິນສາກົນ ໂນ້ຍບ່າຍ ຮ່າໂນ້ຍ.

ໃນສື່ສັງຄົມອອນໄລ Twitter ສ່ວນຕົວ ຂອງຕົນ, ວັນທີ 27 ກຸມພາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ຂຽນວ່າ “ຄວາມສາມາດບົ່ມຊ້ອມທີ່ດີທີ່ສຸດຍອດ, ໂອກາດທີ່ຍິ່ງໃຫຍ່, ຍັງບໍ່ເຄີຍມີມາກ່ອນໃນປະຫວັດສາດໃຫ້ແກ່ເພື່ອນຂອງຂ້າພະເຈົ້າ,ທ່ານ Kim Jong Un. ພວກເຮົາອາດຈະຮູ້ໄດ້ໂດຍໄວ - ໜ້າຈັບໃຈຫຼາຍ” ການນຳອາເມລິກາ ໄດ້ຍົກອອກບັນດາຄວາມຄິດເຫັນກ່ອນດຳເນີນກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ. ເກົາຫຼີຢູ່ຮ່າໂນ້ຍໄວໆນີ້.

ຕາມແຈ້ງການຂອງ ທຳນຽບຂາວ, ການນຳສອງປະເທດຈະທັກທາຍສະບານດີກັນ ເວລາ 18 ໂມງ 30 ນາທີຂອງວັນທີ 27 ກຸມພາ (ຕາມ ເວລາຮ່າໂນ້ຍ) ຢູ່ໂຮງແຮມ Sofitel Legend Metropole ຢູ່ຮ່າໂນ້ຍ. ຫຼັງຈາກນັ້ນ, ທັງສອງຝ່າຍຈະມີການພົບປະສ່ວນຕົວເປັນເວລາປະມານ 20 ນາທີ,  ກ່ອນທີ່ຈະຮັບປະທານອາຫານຄ່ຳ. ຕາມແຜນ, ງານລ້ຽງຕອນຄ່ຳຈະດຳເນີນເປັນເວລາ 1 ຊົ່ວໂມງ 30 ນາທີ ແລະ ສິ້ນສຸດໃນເວລາ 20 ໂມງ 35 ນາທີ. ທຳນຽບຂາວໃຫ້ຮູ້ວ່າເຂົ້າຮ່ວມງານລ້ຽງໃນຕອນຄ່ຳກັບທ່ານ Donald Trump ລວມມີ ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ທ່ານ Mick Mulvaney ຜູ້ຮັກສາການຫົວໜ້າຫ້ອງວ່າການ ທຳນຽບຂາວ.

ຜູ້ນຳສອງປະເທດອາດຈະເຂົ້າຮ່ວມບັນດາການພົບປະຢ່າງເປັນທາງການ ໃນວັນທີ 28 ກຸມພາ.

ຕອບກັບ