ກອງ​ປະຊຸມ​ສຸດ​ຍອດ G20: ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ພົບ​ປະ​ສອງ​ຝ່າຍ​ກັບ​ບັນດາ​ການ​ນໍາ​​ໂລກ

Chia sẻ
(VOVWORLD) - ຢູ່ນອກກອງປະຊຸມສຸດຍອດ G20, ວັນທີ 28 ມິຖຸນາ ຢູ່ ໂອຊາກາ ປະເທດ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະ ແລະ ແລກປ່ຽນສອງຝ່າຍກັບທ່ານປະທານປະເທດ ຈີນ; ປະທານາທິບໍດີ ອາເມລິກາ, ຈີເລ; ນາຍົກລັດຖະມົນຕີ ອິນເດຍ, ການາດາ; ປະທານຄະນະກໍາມະການເອີຣົບ; ຜູ້ອໍານວຍການໃຫຍ່ອົງການອະນາໄມໂລກ ເພື່ອແລກປ່ຽນກ່ຽວກັບບັນດາມາດຕະການເພີ່ມທະວີ ແລະ ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືເລິກເຊິ່ງຂຶ້ນຕື່ມ.
ກອງ​ປະຊຸມ​ສຸດ​ຍອດ G20: ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ພົບ​ປະ​ສອງ​ຝ່າຍ​ກັບ​ບັນດາ​ການ​ນໍາ​​ໂລກ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານປະເທດຈີນ ສີຈີ້ນຜິງ (ພາບ: VGP)

ທີ່ການພົບປະຄັ້ງຕ່າງໆ, ການນໍາບັນດາປະເທດ ລ້ວນແຕ່ສະແດວຄວາມປາດຖະໜາຢາກຊຸກຍູ້ການພົວພັນກັບຫວຽດນາມ, ຍິນດີກັບຫວຽດນາມທີ່ໄດ້ເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ແລະ ປາດຖະໜາຢາກເພີ່ມທະວີການສົມທົບກັບຫວຽດນາມ ຢູ່ອົງການຈັດຕັ້ງການເມືອງ-ຄວາມໝັ້ນຄົງສໍາຄັນແຖວໜ້ານີ້. ການນໍາບັນດາປະເທດກໍສະແດງການສະໜັບສະໜູນຫວຽດນາມ ໃນບົດບາດເປັນປະທານ ອາຊຽນໃນປີ 2020 ແລະຢາກຊຸກຍູ້ການພົວພັນກັບ ອາຊຽນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນໃນພາກພື້ນ.

        ທີ່ການພົບປະກັບທ່ານປະທານປະເທດຈີນ ສີຈີ້ນຜິງ, ການນໍາສອງປະເທດໄດ້ຢັ້ງຢືນເຖິງຄໍາໝັ້ນສັນຍາຊຸກຍູ້ບັນດາຂໍ້ຕົກລົງ ເຊິ່ງການນໍາສອງປະເທດບັນລຸໄດ້ໃນການພົບປະກ່ອນນີ້ ແລະ ເຫັນດີຊຸກຍູ້ບັນດາການຢ້ຽມຢາມຂັ້ນສູງລະຫວ່າງສອງປະເທດ, ສືບຕໍ່ເພີ່ມທະວີ, ນໍາການພົວພັນລະຫວ່າງສອງປະເທດໃຫ້ເລິກເຊິ່ງຂຶ້ນຕື່່ມ.

ກອງ​ປະຊຸມ​ສຸດ​ຍອດ G20: ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ພົບ​ປະ​ສອງ​ຝ່າຍ​ກັບ​ບັນດາ​ການ​ນໍາ​​ໂລກ - ảnh 2ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: VPG)

        ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ແລກປ່ຽນຢ່າງເປີດອົກເປີດໃຈ ແລະ ມີີລັກສະນະສ້າງສັນ ກ່ຽວກັບບັນດາຈຸດສຸມຂອງການຮ່ວມມືລະຫວ່າງສອງປະເທດ, ໃນນັ້ນມີຂົງເຂດການຄ້າ, ພະລັງງານ. ທ່ານປະທານາທິບໍດີ Donald Trump ສະເໜີສອງປະເທດສ້າງການພົວພັນດ້ານການຄ້າໃຫ້ດຸ່ນດ່ຽງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ການາດາ ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດກ້ວາງການຮ່ວມມືພັດທະນາໄປສູ່ບັນດາຂົງເຂດໃໝ່ຄືການເງິນ, ເຕັກໂນໂລຢີສູງ, ກະສິກຳ, ພະລັງງານຜະລິດຄືນໃໝ່…

        ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການຜັນຂະຫຍາຍໃຫ້ມີປະສິດທິຜົນ, ນຳການພົວພັນລະຫວ່າງສອງປະເທດ ກ່ຽວກັບເສດຖະກິດ, ພະລັງງານ, ການຄ້າ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ, ການພົບປະແລກປ່ຽນວັດທະນະທຳ, ການທ່ອງທ່ຽວເຂົ້າສູ່ລວງເລິກ ແລະ ເພີ່ມທະວີການເຊື່ອມຕໍ່ການບິນລະຫວ່າງສອງປະເທດ.

        ທ່ານປະທານາທິບໍດີ ຈີເລ Sebastian Pinera ມີຄວາມປາດຖະໜາຢາກຊຸກຍູ້ການພົວພັນກັບຫວຽດນາມໃຫ້ຫຼາຍກ່ວາອີກ ບໍ່ພຽງແຕ່ໃນຂອບເຂດສອງຝ່າຍທີ່ພວມມີການພັດທະນາຢ່າງດີງາມໃນປັດຈຸບັນເທົ່ານັ້ນ, ຫາກຍັງຢູ່ບັນດາຂອບເຂດຫຼາຍຝ່າຍອີກດ້ວຍ.

        ທ່ານ Jean – Claude Juncker ປະທານຄະນະກຳມະການເອີລົບ  ໄດ້ເນັ້ນໜັ້ກວ່າ ວັນທີ 30 ມິຖຸນາ 2019 ຈະແມ່ນຂີດໝາຍປະຫວັດສາດຂອງການພົວພັນລະຫວ່າງ ຫວຽດນາມ -EU ເມື່ອສອງຝ່າຍໄດ້ລົງນາມໃນສັນຍາການຄ້າເສລີ (EVFTA) ແລະ ສັນຍາອາລັກຂາການລົງທຶນ (EVIPA), ທ່ານປາດຖະໜາຢາກໃຫ້ ສອງຝ່າຍສືບຕໍ່ ມານະພະຍາຍາມຊຸກຍູ້ເພື່ອໃຫ້ ລັດຖະສະພາ ເອີລົບຮັບຮອງເອົາບັນດາສັນຍາສຳຄັນດັ່ງກ່າວໃນປີນີ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ ສອງຝ່າຍໂດຍໄວ.

        ທ່ານ Tedros Adhamon ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ ໄດ້ຢັ້ງຢືນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືກັບ ຫວຽດນາມ ແລະ ຕີລາຄາ ສູງບັນດາຄວາມມານະພະຍາຍາມ ແລະ ໝາກຜົນຂອງ ຫວຽດນາມ ໃນວຽກງານ ດູແລສຸຂະພາບໃຫ້ແກ່ປະຊາຊົນ.

ຕອບກັບ