ກອງ​ປະ​ຊຸມ​ສຸດຍອດ EU – CELAC ບັນ​ລຸ​ໄດ້ຫຼາຍ​ເນື້ອ​ໃນ​ສຳ​ຄັນ

Chia sẻ
(VOVWORLD) - ກອງປະຊຸມຄັ້ງນີ້ ໄດ້ປະສົບຜົນສຳເລັດ ເມື່ອບັນດາຝ່າຍເຫັນດີເປັນເອກະພາບຊຸກຍູ້ການພົວພັນຮ່ວມມື ລະຫວ່າງ EU – CELAC ຫຼາຍກວ່າອີກ ແລະ ຂໍ້ຕົກລົງການຄ້າຫຼາຍສະບັບ ເຊິ່ງສອງຝ່າຍລົງນາມໃນໂອກາດນີ້.
ກອງ​ປະ​ຊຸມ​ສຸດຍອດ EU – CELAC ບັນ​ລຸ​ໄດ້ຫຼາຍ​ເນື້ອ​ໃນ​ສຳ​ຄັນ - ảnh 1ບັນດາການນຳ EU ແລະ CELAC ຢູ່ກອງປະຊຸມ (ພາບ: AFP)

ວັນທີ 18 ກໍລະກົດ, ກອງປະຊຸມສຸດຍອດສະຫະພາບເອີຣົບ (EU) ແລະ ປະຊາຄົມບັນດາປະເທດ ອາເມລິກາ ລາຕິນ ແລະ ກາຣີເບ (CELAC) ໄດ້ອັດລົງພາຍຫຼັງໂຮມປະຊຸມເປັນເວລາ 2 ວັນຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ. ກອງປະຊຸມຄັ້ງນີ້ ໄດ້ປະສົບຜົນສຳເລັດ ເມື່ອບັນດາຝ່າຍເຫັນດີເປັນເອກະພາບຊຸກຍູ້ການພົວພັນຮ່ວມມື ລະຫວ່າງ EU – CELAC ຫຼາຍກວ່າອີກ ແລະ ຂໍ້ຕົກລົງການຄ້າຫຼາຍສະບັບ ເຊິ່ງສອງຝ່າຍລົງນາມໃນໂອກາດນີ້.

        ກ່າວຄໍາເຫັນທີ່ການປະຊຸມຖະແຫຼງຂ່າວພາຍຫຼັງສິ້ນສຸດກອງປະຊຸມ, ທ່ານນາງປະທານຄະນະກຳມະການເອີຣົບ (EC) Ursula von der Leyen ເນັ້ນໜັກວ່າ ສຳລັບໂຄງການລົງທຶນປະຕູຖານທົ່ວໂລກ (Global Gateway), EU ຈະລົງທຶນຈຳນວນກວ່າ 45 ຕື້ ເອີໂຣ ເຂົ້າພາກພື້ນ ດ້ວຍຄວາມປາດຖະໜາຢາກນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຄົມທ້ອງຖິ່ນ ແລະ ສ້າງລະບົບມູນຄ່າຢູ່ທ້ອງຖິ່ນ ແລະ ໃນພາກພື້ນ. ກອງປະຊຸມຄັ້ງນີ້ ກໍໄດ້ປັບປຸງການພົວພັນຄູ່ຮ່ວມມືລະຫວ່າງ ອີຢູ ກັບບັນດາປະເທດ CELAC ກ່ຽວກັບບັນດາບຸລິມະສິດລວມ, ເຕັກນິກດີຈີຕອນ ແລະ ຫັນເປັນສີຂຽວ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ຊຸດໂຊມທາງດ້ານຊີວະນາໆພັນ, ສຸຂະພາບ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການອົບພະຍົບ, ຄວາມໝັ້ນຄົງ ແລະ ບໍລິຫານ ຫຼື ບັ້ນເຄື່ອນໄຫວຕ້ານອາດຊະຍາກຳຂ້າມຊາດ.


ຕອບກັບ