ກອງປະຊຸມລະຫວ່າງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ

Chia sẻ
(VOVWORLD) -ກອງປະຊຸມ ລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ແລະ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຖືກດຳເນີນໃນຕອນເຊົ້າວັນທີ 14 ມີນາ, ຢູ່ ຫໍສະພາແຫ່ງຊາດ ຫວຽດນາມ.
ກອງປະຊຸມລະຫວ່າງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ - ảnh 1ກອງປະຊຸມ ລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງວຽກງານການສົມທົບລະຫວ່າງຄະນະປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະປະຈຳສະພາແຫ່ງຊາດໃນປີ 2018; ຢັ້ງຢືນວ່າ ບັນດາການເຄື່ອນໄຫວນີ້ໄດ້ຊ່ວຍໃຫ້ສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດນັບມື້ນັບໃກ້ຊິດຕິດແທດ ກັບປະຊາຊົນກ່ວາອີກ, ສາມາດເກັບກຳໄດ້ຂໍ້ມູນຂ່າວສານທີ່ ແທດຈິງ ແລະ ມີຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນເຂົ້າໃນການຍົກສູງການເຄື່ອນໄຫວຂອງຕົນ.

ທ່ານນາງປະທານສະພາແຫ່ງຊາດໄດ້ຊີ້ແຈ້ງວ່າ ໃນປີ 2019, ສອງຝ່າຍຄວນສົມທົບກັນຢ່າງແໜ້ນແຟ້ນໃນການປັບປຸງ ແລະ ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດກ່ວາອີກ, ເສີມຂະຫຍາຍປະຊາທິປະໄຕໃນສັງຄົມ, ເບິ່ງແຍງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ປະຊາຊົນທຸກຊັ້ນວັນນະ.

ຕອບກັບ