ກອງ​ປະ​ຊຸມ​ລັ​ດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດກຸ່ມ Quad ​ຢູ່ New Delhi, ປະ​ເທດ​ອິນ​ເດຍ

Chia sẻ
(VOVWORLD) -ວັນທີ 3 ມີນາ ໄດ້ດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມ ເຈລະຈາຄວາມໝັ້ນຄົງ 4 ຝ່າຍ (Quad ລວມມີ : ອົດສະຕາລີ, ອິນເດຍ, ອາເມລິກາ ແລະ ຍີ່ປຸ່ນ) ຢູ່ນະຄອນຫຼວງ New Delhi, ປະເທດ ອິນເດຍ.
ກອງ​ປະ​ຊຸມ​ລັ​ດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດກຸ່ມ Quad ​ຢູ່ New Delhi, ປະ​ເທດ​ອິນ​ເດຍ - ảnh 1ພາບປະກອບ:  bworldonline.com

ລັດຖະມົນຕີການຕ່າງປະເທດ 4 ປະເທດຈະປຶກສາຫາລືກ່ຽວກັບບັນດາບາດກ້າວພັດທະນາໃໝ່ຢູ່ເຂດມະຫາສະໝຸດອິນເດຍ - ປາຊີຟິກ ແລະ ບັນດາບັນຫາໃນພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ດ້ວຍວິໄສທັດເສລີ, ເປີດກວ້າງ ແລະ ກວມລວມ. ທ່ານ Jaishankar ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ ເປັນປະທານຮ່ວມກອງປະຊຸມພ້ອບກັບຮ່ວມຕຳແໜ່ງ ອົດສະຕາລີທ່ານ Penny Wong ຄູ່, ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Anthony Blinken ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ Kenji Yamada.

  ບັນດາລັດຖະມົນຕີການຕ່າງປະເທດ ກຸ່ມ Quad ຈະພິຈາລະນາໝາກຜົນການຜັນຂະຫຍາຍໂຄງການດຳເນີນງານທີ່ມີລັກສະນະກໍ່ສ້າງຂອງກຸ່ມ, ກໍ່ຄືການປະຕິບັດບັນດາຂໍ້ລິເລີ່ມເພື່ອແນໃສ່ແກ້ໄຂບັນດາບຸລິມະສິດໃນປັດຈຸບັນຢູ່ພາກພື້ນ. ກອງປະຊຸມຄັ້ງນີ້ໄດ້ຮັບຖືວ່າ ແມ່ນກະກຽມໃຫ້ແກ່ກອງປະຊຸມສຸດຍອດບັນດາການນຳກຸ່ມ Quad ທີ່ຈະດຳເນີນໃນທ້າຍອາທິດນີ້ຢູ່ ອົດສະຕາລີ.

ຕອບກັບ