ກອງປະຊຸມຝຶກອົບຮົມທັກສະການໂຄສະນາ APEC 2017

Chia sẻ
(VOVWORLD) - ວັນທີ 29 ກັນຍາ, ຢູ່ຮ່າໂນ້ຍ, ກົມສື່ມວນຊົນ ( ກະຊວງຖະແຫຼງຂ່າວ - ສື່ສານ ຫວຽດນາມ ) ໄດ້ຈັດຕັ້ງກອງປະຊຸມຝຶກອົບຮົມທັກສະການໂຄສະນາ APEC 2017 ດ້ວຍການເຂົ້າຮ່ວມຂອງບັນດານັກຂ່າວ, ບັນນາທິການຂອງບັນດາອົງການສື່ມວນຊົນເປັນຈຳນວນຫຼວງຫຼາຍ ເພື່ອແນໃສ່ສະໜອງບັນດາຂໍ້ມູນຂ່າວສານສັງລວມກ່ຽວກັບ APEC 2017, ມຸ່ງໄປເຖິງສັບປະດາຂັ້ນສູງຢູ່ດ່າໜັງ.
ກອງປະຊຸມຝຶກອົບຮົມທັກສະການໂຄສະນາ APEC 2017 - ảnh 1 ກອງປະຊຸມຝຶກອົບຮົມທັກສະການໂຄສະນາ APEC 2017

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ດັ້ງຄັກເລີ້ຍ, ຮອງຫົວໜ້າກົມສື່ມວນຊົນ, ສັງກັດກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ເນັ້ນໜັກວ່າ ເພື່ອກະກຽມໃຫ້ສັບປະດາຂັ້ນສູງທີ່ຈະດຳເນີນຢູ່ດ່າໜັງປະສົບຜົນສຳເລັດ, ຄວນມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນທຸກຊັ້ນວັນນະໃນສັງຄົມ ເພື່ອຍົກສູງສະຕິ, ຄວາມຮັບຜິດຊອບ, ຮ່ວມແຮງຮ່ວມໃຈກັນ ປະກອບສ່ວນໂຄສະນາຮູບພາບຫວຽດນາມກັບບັນດາຜູ້ຄົນທີ່ສະໜິດສະໜົມ, ມີຈິດໃຈຮັກແຂກແພງຄົນ, ປະເທດຫວຽດນາມແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາ, ມີພື້ນຖານເສດຖະກິດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ແລະ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ. ບົດບາດຂອງການສື່ສານແມ່ນສຳຄັນທີ່ສຸດ ໃນການໂຄສະນາກ່ຽວກັບບັນດາຄວາມມານະພະຍາຍາມຂອງບັນດາຂະແໜງການຂັ້ນຕ່າງໆຂອງຫວຽດນາມ ເພື່ອແນໃສ່ຮັບໃຊ້ໃຫ້ແກ່ເຫດການ ສຳຄັນພິເສດ ສັບປະດາຂັ້ນສູງ APEC 2017. ທ່ານຮອງຫົວໜ້າກົມສື່ມວນຊົນ ປາຖະໜາວ່າ ຜ່ານຊຸດຝຶກອົບຮົມ, ບັນດານັກຂ່າວ, ບັນນາທິການ ຈະມີຄວາມຮູ້ຕື່ມກ່ຽວກັບບັນດາຂໍ້ມູນຂ່າວສານ, ມີສະຕິຕໍ່ຄວາມຮັບຜິດຊອບ ເພື່ອມີບັນດາຂ່າວ, ບົດ ຖືກຕ້ອງຕາມການກຳນົດທິດ, ມີປະສິດທິຜົນໃນການໂຄສະນາ ປີ APEC 2017.

ຕອບກັບ