ກອງປະຊຸມຜ່ານເຄືອຂ່າຍອິນເຕີແນັດຜັນຂະຫຍາຍມະຕິເລກທີ 98 ກ່ຽວກັບນະໂຍບາຍພັດທະນາສະຫະກອນ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 18 ສິງຫາ, ທີ່ ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມຜ່ານເຄືອຂ່າຍອິນເຕີແນັດຜັນຂະຫຍາຍມະຕິເລກທີ 98 ປີ 2018 ຂອງລັດຖະບານ ຫວຽດນາມ

ແລະ ຂໍ້ຕົກລົງເລກທີ 461 ຂອງນາຍົກລັດຖະມົນຕີກ່ຽວກັບການພັດທະນາສະຫະກອນ, ສະຫະພັນສະຫະກອນກະສິກຳ 15.000 ແຫ່ງ ທີ່ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ຮ່ວມສຳພັນຜະລິດ, ຈຳໜ່າຍຜະລິດຕະພັນກະສິກຳ. ທີ່ກອງປະຊຸມ, ທ່ານ ມາກວາງຈູງ, ຫົວໜ້າກົມຮ່ວມມືເສດຖະກິດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຖືວ່າ:

        “ພັດທະນາສະຫະກອນ, ສະຫະພັນສະຫະກອນກະສິກຳ 15.000 ແຫ່ງແມ່ນເລື່ອງສຳຄັນ ຕ້ອງປະຕິບັດເຖິງປີ 2020. ທີ 1 ແມ່ນປັບປຸງການເຄື່ອນໄຫວຂອງສະຫະກອນ ເພື່ອມີປະສິດທິຜົນໃຫຍ່ກ່ວາ. ທີ 2 ແມ່ນຈຸດເຊື່ອມຕໍ່ເພື່ອໃຫ້ບັນດາວິສາຫະກິດລົງທຶນເຂົ້າຂົງເຂດກະສິກຳ, ຊົນນະບົດ. ນີ້ກໍ່ແມ່ນບັນດາລະບົບຮ່ວມສຳພັນ ຈະໄດ້ຮັບການສ້າງຕັ້ງອຳນວຍຄວາມສະດວກໃຫ້ແກ່ການຜະລິດ ແລະ ຈຳໜ່າຍຜະລິດຕະພັນ.

        ຕາມບັນດາຜູ້ແທນເຂົ້າຮ່ວມກອງປະຊຸມແລ້ວ, ຄວນຍູ້ແຮງການໂຄສະນາ ເພື່ອໃຫ້ປະຊາຊົນ, ບັນດາສະຫະກອນເຂົ້າໃຈແຈ້ງກ່ຽວກັບທາດແທ້ຂອງສະຫະກອນ, ເຫັນໄດ້ເຖິງບົດບາດຂອງສະຫະກອນໃນພື້ນຖານກະສິກຳແກ່ງແຍ້ງ. ສະຫະກອນ 15.000 ແຫ່ງຕ້ອງກາຍເປັນແກ່ນສານເພື່ອຮ່ວມສຳພັນກັບວິສາຫະກິດ.

 

ຕອບກັບ