ກອງປະຊຸມຜູ້ວ່າການ,ເຈົ້າຄອງນະຄອນຫລວງບັນດາປະເທດອາຊຽນອອກຖະແຫລງການຮ່ວມ

Chia sẻ
(vovworld)- ກອງ​ປະຊຸມ​ຜູ້ວ່າການ​,​ເຈົ້າ​ຄອງ​ນະຄອນຫລວງ​ບັນດາ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 1...

ກອງປະຊຸມຜູ້ວ່າການ,ເຈົ້າຄອງນະຄອນຫລວງບັນດາປະເທດອາຊຽນອອກຖະແຫລງການຮ່ວມ - ảnh 1


(vovworld)- ກອງ​ປະຊຸມ​ຜູ້ວ່າການ​,​ເຈົ້າ​ຄອງ​ນະຄອນຫລວງ​ບັນດາ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 1 ​ຖືກ​ຈັດ​ຂຶ້ນ ຢູ ຢາ​ກາກ​ຕາ ​ໄດ້​ອັດ​ລົງ​ໃນ​ວັນ​ທີ 19/9 ດ້ວຍ​ຖະ​ແຫລ​ງການ​ຮ່ວມ ຢາ​ກາກ​ຕາ ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ ອຳນາດ​ການ​ປົກຄອງ​ນະຄອນ- ນະຄອນຫລວງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ. ຖະ​ແຫລ​ງການ​ຮ່ວມ​ເນັ້ນ​ຫນັກ​ເຖິງ​ທີ່​ຕັ້ງ ​ແລະ ບົດບາດ​ສຳຄັນ​ຂອງ​ອຳນາດ​ການ​ປົກຄອງ​ນະຄອນຫລວງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ, ​ເຫັນ​ດີ​​ເຜີຍ​ແຜ່​, ​ໂຄສະນາ​ໃນ​ປະຊາຊົນ​ກ່ຽວ​ກັບ​ອາ​ຊຽນ, “ວິ​ໄສ​ທັດ​ດຽວ, ສີສັນ​ດຽວ, ປະຊາ​ຄົມ​ອາ​ຊຽນດຽວ”. ຖະ​ແຫລ​ງການ​ໄດ້​ຢືນຢັນ: ສືບ​ຕໍ່​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຳໝັ້ນ​ສັນຍາ​ທີ່​ໄດ້​ເຫ​ັນດີ​ເປັນ​ເອກະສັນ​ທີ່​ເວທີ​ປາ​ໄສ​ຜູ້​ວ່າການ, ​ເຈົ້າ​ຄອງ​ບັນດາ​ນະຄອນ ອາ​ຊຽນ ຊື່​ງດຳ​ເນີນ​ໄປ​ໃນ​ວັນ​ທີ 24-25/10/2011 ຢູ່ Surabaya ປະ​ເທດ ອິນ​ໂດ​ເນ​ເຊຍ.

ນຳ​ຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ເຂົ້າຮ່ວມ​ກອງ​ປະຊຸມ, ທ່ານ ຫງວຽນ​ວັນ​ສື​ວ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ໄດ້​ມີ​ບົດ​ປະກອບ​ຄຳ​ເຫັນ​ແນະນຳ​ບັນດາ​ຜົນງານ​ໃນ​ທຸກ​ຂົງ​ເຂດ​ຄື: ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ​ຂອງ​ຮ່າ​ໂນ້ຍ ​ແລະ ຢືນຢັນ: ຮ່າ​ໂນ້ຍ ມີ​ທີ່​ຕັ້ງ​ບົດບາດ​ສຳຄັນ​ໃນ​ວິວັດ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນຂອງ​ຫວຽດນາມ.