ກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫຼວດ, ກະຊວງພາຍໃນ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

Chia sẻ
(VOVWORLD) - ລັດຖະມົນຕີ 3 ປະເທດໄດ້ເປັນເອກະພາບສືບຕໍ່ສົນທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມມື 2 ຝ່າຍ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ໃຫ້ບັນລຸປະສິດທິຜົນ
ກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫຼວດ, ກະຊວງພາຍໃນ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1 - ảnh 1ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: bocongan.gov.vn)

        ວັນທີ 29 ມີນາ, ຢູ່ນະຄອນ ດ່ານັ້ງ, ໄດ້ຈັດກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫຼວດ, ກະຊວງພາຍໃນ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1, ພາຍໃຕ້ການເປັນປະທານຂອງທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ; ທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕຳຫຼວດ ລາວ ແລະ ທ່ານ ຊາ ໂຊຄາ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ກຳປູເຈຍ.

        ທີ່ກອງປະຊຸມ, ລັດຖະມົນຕີ 3 ປະເທດໄດ້ເປັນເອກະພາບສືບຕໍ່ສົນທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມມື 2 ຝ່າຍ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ໃຫ້ບັນລຸປະສິດທິຜົນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການໂລກ ແລະ ພາກພື້ນ, ສະພາບການກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ແຕ່ລະປະເທດ, ໂດຍສະເພາະແມ່ນຢູ່ເຂດຊາຍແດນ; ຮັກສາ ແລະ ເສີມຂະຫຍາຍບັນດາກົນໄກຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ. ພ້ອມກັນນັ້ນ, 3 ຝ່າຍໄດ້ຢືນຢັນຄຳໝັ້ນສັນຍາບໍ່ອະນຸຍາດໃຫ້ບໍ່ວ່າບຸກຄົນ, ອົງການໃດນຳໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອທຳລາຍ ແລະ ແຊກແຊງເຂົ້າວຽກງານຂອງປະເທດອື່ນ.

        ເນື່ອງໃນໂອກາດນີ້, 3 ປະເທດໄດ້ເປັນເອກະພາບອອກຖະແຫຼງການຮ່ວມຂອງກອງປະຊຸມ.

ຕອບກັບ