ກອງ​ປະ​ຊຸມທາບ​ທາມ​ຄວາມ​ເຫັນເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອາ​ຊຽນ-ຈີນ ຄັ້ງ​ທີ 28

Chia sẻ
(VOVWORLD) - ວັນທີ 10 ມິຖຸນາ, ກອງປະຊຸມທາບທາມຄວາມເຫັນເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ-ຈີນ (ACSOC)  ປະຈຳປີຄັ້ງທີ 28 ໄດ້ດຳເນີນແບບທາງໄກ.
ກອງ​ປະ​ຊຸມທາບ​ທາມ​ຄວາມ​ເຫັນເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອາ​ຊຽນ-ຈີນ ຄັ້ງ​ທີ 28 - ảnh 1

 (ພາບ: THX/TTXVN)

 ສອງຝ່າຍໄດ້ເຫັນດີເປັນເອກະສັນ ຈະຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງມີປະສິດທິຜົນ, ສະຫງວນບຸລິມະສິດຍູ້ແຮງຄວາມມານະພະຍາຍາມສົມທົບກັນຮັບມື ແລະ ຄວບຄຸມພະຍາດໂຄວິດ 19, ລວມທັງການໜູນຊ່ວຍຍົກສູງກຳລັງຄວາມສາມາດດ້ານສາທາລະນະປ້ອງກັນ ກໍ່ຄືຜັນຂະຫຍາຍບ້ວງໜູນຊ່ວຍວັກຊິນຂອງຈີນ ໃຫ້ແກ່ອາຊຽນ ລວມ 150 ລ້ານໂດສ. ພ້ອມກັນນັ້ນ, ບັນດາປະເທດເຫັນດີຈະເປີດປະຕູໂດຍໄວ, ເຊື່ອມຕໍ່ການແລກປ່ຽນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ເຊື່ອມຕໍ່ລະບົບສະໜອງເປັນປົກກະຕິ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາກິດສຳຜັກກັບຕະຫຼາດ, ຈໍລະຈອນສິນຄ້າສົ່ງອອກ, ຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດ, ສົມທົບກັນຜັນຂະຫຍາຍສັນຍາການຄ້າເສລີ ອາຊຽນ-ຈີນ (ACFTA)  ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຢ່າງມີປະສິດທິຜົນ.

ຕອບກັບ