ກອງປະຊຸມຍົກອອກຄຳ ເຫັນຂອງປະຊາຊົນຕໍ່ພັກ, ລັດ ກ່ຽວກັບບັນຫາ ເສດຖະກິດ, ສັງຄົມ

Chia sẻ
ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງ​ທີ່​ໜຶ່ງ, ​ເພື່ອຍົກ​ອອກ​ຄຳ​ຄິດ​ຄຳ​ເຫັນ ​ແລະ ຂໍ້​ສະ​ເໜີ​ແນະ​ຂອງ​ປະຊາຊົນ​ຕໍ່ພັກ, ລັດ,​​ ແນວ​ໂຮມ​ປະ​ເທດ​ຊາດຫວຽ​ດນາມ ກ່ຽວ​ກັບ​ບັນດາ​ບັນຫາເສດຖະກິດ, ສັງຄົມ.
ກອງປະຊຸມຍົກອອກຄຳ ເຫັນຂອງປະຊາຊົນຕໍ່ພັກ, ລັດ ກ່ຽວກັບບັນຫາ ເສດຖະກິດ, ສັງຄົມ - ảnh 1
ທ່ານ Vu Trong Kim ຮອງ​ປະທານແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ
ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: dangcongsan.vn)

(vovworld) -     ຕອນ​ເຊົ້າ​ວັນ​ທີ 27/9, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງ​ທີ່​ໜຶ່ງ, ​ເພື່ອຍົກ​ອອກ​ຄຳ​ຄິດ​ຄຳ​ເຫັນ ​ແລະ ຂໍ້​ສະ​ເໜີ​ແນະ​ຂອງ​ປະຊາຊົນ​ຕໍ່ພັກ, ລັດ,​​ ແນວ​ໂຮມ​ປະ​ເທດ​ຊາດຫວຽ​ດນາມ ກ່ຽວ​ກັບ​ບັນດາ​ບັນຫາເສດຖະກິດ, ສັງຄົມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Vu Trong Kim, ຮອງ​ປະທານ, ທັງ​ເປັນ​ເລຂາທິການ​ໃຫຍ່​ຄະ​ນະກຳມະການແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຖື​ວ່າ; ກອງ​ປະຊຸມ​ແມ່ນ​ສະຖານ​ທີ່​ເພື່ອ​ຜູ້​ຕາງໜ້າ​​ປະຊາຊົນ​ທຸກ​ຊັ້ນ​ວັນນະ ​ໂດຍຜ່ານ​ແນວ​ໂຮມ​ປະ​ເທດ​ຊາດ ປະກອບ​ຄຳ​ເຫັນ​ໃຫ້​ແກ່​ພັກ, ລັດ ​ໃນ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ເສດຖະກິດ, ສັງຄົມ. ທ່ານ Vu Trong Kim ກ່າວ​ວ່າ:

“ພວກ​ຂ້າພະ​ເຈົ້າພ້ອມ​ແລ້ວ ສ້າງ​​ເງື່ອນ​ໄຂ​ໃຫ້​​ແກ່​ປະຊາຊົນ​ສະ​ແດງ​ສຽງ​ເວົ້າ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ. ບັນດາ​ການ​ກະທຳ​ຢ່າງລະອຽດ, ດ້ວຍ​ຄຳ​ຕອບ​ທີ່​ເປີດ​ເຜີ​ຍ, ປະຊາທິປະ​ໄຕ​ຈາກ​ບັນດາ​ອົງການທີ່​ມີໜ້າ​ທີ່​ຮັບຜິດຊອບກ່ຽວ​ກັບ​ຂໍ້​ສະ​ເໜີ​ແນະ​ຂອງແນວ​ໂຮມ​ປະ​ເທດ​ຊາດນັ້ນ ​ແນ່ນອນ​ວ່າ ຈະ​ນຳ​ມາ​ເຊິ່ງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ການ​ແບ່ງປັນ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ. ​ເພາະ​ສະ​ນັ້ນ, ກຳລັງ​ແຮງ​ຂອງ​ປະຊາຊົນ​ຈະ​ເພີ່ມ​ຂຶ້ນ​ທົບ​ຫຼາຍ​ເທົ່າ, ພ້ອມ​ກັນ​​ແບກ​ຫາບວຽກ​ງານ​ລວມຂອງ​ປະ​ເທດ​ຊາດ”.