ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດ nCoV

Chia sẻ
(VOVWORLD) - ຕອນເຊົ້າວັນທີ 10 ກຸມພາ, ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດອັກເສບປອດເກີດຈາກໄວຣັດໂຄໂຣນາ. 

ຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຊີ້ແຈ້ງວ່າ ຕ້ອງເພີ່ມທະວີການຄຸ້ມຄອງເລື່ອງແຍກຜູ້ຕິດເຊື້ອໃຫ້ປິ່ນປົວຢູ່ບ່ອນຕ່າງຫາກໃນວົງຄະນະຍາດ. ພ້ອມທັງ ມີຂໍ້ສະເໜີແນະໃຫ້ແກ່ບັນດາກໍລະນີໃດທີ່ມີຄວາມຈຳເປັນໄປປິ່ນປົວຢູ່ຂັ້ນສູນກາງ, ກໍລະນີໃດຄວນປິ່ນປົວຢູ່ຂັ້ນຮາກຖານ…

ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດ nCoV - ảnh 1 ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດ nCoV (ພາບ: (baoquocte.vn)

        ແລະກໍ່ໃນຕອນເຊົ້າວັນທີ 10 ກຸມພາ, ໂຮງໝໍກາງສະໜາມມີຂອບຂະໜາດ 300 ຕຽງເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານເຊື້ອພະຍາດ nCoV ໄດ້ຖືກນຳເຂົ້າໃຊ້ການຢ່າງເປັນທາງການຢູ່ເມືອງ ກູຈີ, ນະຄອນ ໂຮ່ຈີມິນ. ພັນຕີ, ທ່ານໝໍ ດັ້ງກວາງຍືດ, ຫົວໜ້າເສນາຮັກ, ກອງບັນຊາການທະຫານນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

        “ກ່ອນອື່ນໝົດ, ໂຮງໝໍກາງສະໜາມຈະຮັບເອົາຜູ້ທີ່ຖືກສົງໄສຕິດເຊື້ອພະຍາດ ຫຼື ຄົນເຈັບຢູ່ບັນດາທ້ອງຖິ່ນ, ຕາແສງ, ເມືອງທີ່ມີອາການເປັນໄອ, ເປັນໄຂ້. ຕ່າງກັບບັນດາເຂດແຍກຜູ້ຕິດເຊື້ອຂອງທ້ອງຖິ່ນ, ໂຮງໝໍກາງສະໜາມທັງແຍກຕົວຜູ້ຕິດເຊື້ອ, ທັງປິ່ນປົວ.

ຕອບກັບ