ກອງປະຊຸມຄັ້ງທີ 5 ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ

Chia sẻ
ຕອນ​ເຊົ້າວັນ​ທີ 17/1, ຢູ່ ຮ່າ​ໂນ້ຍ, ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງທີ 5 (ຊຸດ​ທີ 7)
ກອງປະຊຸມຄັ້ງທີ 5 ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ - ảnh 1
ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂມ​ປະ​ເທດ​ຊາດ​ຫວຽດນາມ ຮິ່ງດາມ (Huynh Dam)
(ພາບ: ອີນເຕີເນັດ)

(vovworld) – ຕອນ​ເຊົ້າວັນ​ທີ 17/1, ຢູ່ ຮ່າ​ໂນ້ຍ, ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງທີ 5 (ຊຸດ​ທີ 7). ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ ຮິ່ງດາມ (Huynh Dam), ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂມ​ປະ​ເທດ​ຊາດ​ຫວຽດນາມ ຊີ້​ແຈ້ງວ່າ: ປີ 2013, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ​ແນວ​ໂຮມ​ທຸກຂັ້ນ​ ຈະ​ຫັນ​ບັນດາ​ຮູບການ​ໂຄສະນາ​ເຜີຍ​ແຜ່, ​ຂົນຂວາຍ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ປັບປຸງ ​ແລະ ​ເສີມ​ຂະຫຍາຍກຸ່ມ​ກ້ອມ​ມະຫາ​ສາມັກຄີ​ທົ່ວ​​ປວງ​ຊົນທັງ​ຊາດ, ລະດົມ​ປະຊາຊົນ​ເຂົ້າ​ຮ່ວມ​ບັນດາ​ຂະ​ບວນການ​ແຂ່ງຂັນ, ​ການ​ຂົນຂວາຍ, ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ, ຈັດ​ຕັ້ງ, ລະດົມ​ປະຊາຊົນ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​​ພັກ, ​ລັດ. ພ້ອມ​ທັງ​ເປີດ​ກ້ວາງ​ການ​ຕ່າງປະ​ເທດ​ປະຊາຊົນ, ​ເພີ່ມ​ທະວີ​ຄວາມ​ສາມັກຄີກັບ​ສາກົນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ​ຜູ້​ປະຈຳການ​ຄະນະເລຂາ ​ເນັ້ນ​ໜັກ​ວ່າ:

“ລະບົບ​ແນວ​​ໂຮມ​ຕ້ອງ​ສືບ​ຕໍ່​ການປ່ຽນ​ໃໝ່​, ຫັນ​​ຮູບ​ແບບຊົນ​ຊັ້ນ​ປະຊາຊົນ​ເປັນ​ຫຼາຍຮູບ​ຫຼາຍ​ສີ, ​ເປັນ​ກຸ່ມ​ກ້ອນ​ສາມັກຄີ​. ​ເພື່ອ​ເຮັດ​​ໄດ້ຄື​ແນວ​ນັ້ນ, ​ແນວ​ໂຮມ​ປະ​ເທດ​ຊາດ ຕ້ອງ​ປ່ຽນ​ໃໝ່​ດ້ານ​ເນື້ອ​ໃນ ​ແລະ ຮູບ​ວິທີການ​ເຄື່ອນ​ໄຫວຢ່າງ​ແຮງ, ​ແກ້​ໄຂ​ສະພາບ​ການ​ຫັນ​ເປັນ​ບໍ​ລິ​ຫານ. ສືບ​ຕໍ່​ເປີດ​ກ້ວາງ, ຍົກ​ສູງ​ຄຸນ​ນະພາ​ບບັນດາ​ບັ້ນ​ຂົວ​ຂວາ​ຍຢ່າງ​ຮອບດ້ານ, ຜ່ານ​ນັ້ນ, ປຸກລະດົມ​ປະຊາຊົນ​ແຂ່ງຂັນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ອອກ​ແຮງ​ງານ​ທຳ​ການ​ຜະລິດ, ປະກອບສ່ວນ​ປະຕິບັດ​ໜ້າ​ທີ່​ຂອງ​ທ້ອງ​ຖິ່ນ, ຫົວໜ່ວຍ.”

        ກອງ​ປະຊຸມ​ຈະ​ສືບ​ຕໍ່​ເຮັດ​ວຽກ​ເຖິງ​ວັນ​ທີ 18/1.