ກອງປະຊຸມຄັ້ງທີ 4 ລະບົບທັນຍາຫານ, ສະບຽງອາຫານທົ່ວໂລກ

Chia sẻ
(VOVWORLD) - ການຄ້ຳປະກັນສະບຽງອາຫານໃນໄລຍະຜ່ານມາໄດ້ປະກອບສ່ວນຊ່ວຍ ຫວຽດນາມ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ
ກອງປະຊຸມຄັ້ງທີ 4 ລະບົບທັນຍາຫານ, ສະບຽງອາຫານທົ່ວໂລກ - ảnh 1(ກອງປະຊຸມຂັ້ນລັດຖະມົນຕີ ໃນຂອບເຂດຂອງປະຊຸມຄັ້ງທີ 4 ລະບົບທັນຍາຫານ, ສະບຽງອາຫານທົ່ວໂລກ)

        ຫວຽດນາມ ພວມສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ຕາມທິດຍົກສູງມູນຄ່າເພີ່ມ ແລະ ການພັດທະນາແບບຍືນຍົງ ເຊິ່ງໄດ້ມີການຄິດໄລ່ເຖິງປັດໄຈທີ່ເກີດໃໝ່, ຄື: ຫັນການຄ້າເປັນເສລີ, ການປ່ຽນແປງຂອງດິນຟ້າອາກາດ, ກະສິກຳອັດສະລິຍະ. ສິ່ງດັ່ງກ່າວໂດຍທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ເນັ້ນໜັກທີ່ກອງປະຊຸມຂັ້ນລັດຖະມົນຕີ ໃນຂອບເຂດຂອງປະຊຸມຄັ້ງທີ 4 ລະບົບທັນຍາຫານ, ສະບຽງອາຫານທົ່ວໂລກ, ເຊິ່ງຈັດຂຶ້ນໃນວັນທີ 24 ເມສາ, ຢູ່ ຮ່າໂນ້ຍ.

        ທ່ານລັດຖະມົນຕີ ເລມິນຮວານ ຖືວ່າ ການຄ້ຳປະກັນສະບຽງອາຫານໃນໄລຍະຜ່ານມາໄດ້ປະກອບສ່ວນຊ່ວຍ ຫວຽດນາມ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ພ້ອມທັງດ້ານກະສິກຳກໍ່ໄດ້ຮັບຖືວ່າແມ່ນເສົ້າຄ້ຳຂອງພື້ນຖານເສດຖະກິດ, ໂດຍສະເພາະແມ່ນໃນໄລຍະຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ-19. ທ່ານລັດຖະມົນຕີ ເລມິນຮວານ, ເນັ້ນໜັກວ່າ:

        “ຂະແໜງກະສິກຳ ຫວຽດນາມ ພວມຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍຢ່າງໃຫຍ່ຫຼວງ, ນັ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ, ການເໜັງຕີງຕະຫຼາດ ແລະ ການຫັນປ່ຽນທ່າອ່ຽງການບໍລິໂພກ. ເພື່ອຫັນປ່ຽນລະບົບທັນຍາຫານ, ອາຫານໃຫ້ບັນລຸຜົນສຳເລັດ, ຕ້ອງມີການຮ່ວມເດີນທາງໜູນຊ່ວຍຈາກບັນດານັກລົງທຶນ, ຄູ່ຮ່ວມມືສາກົນ, ອົງການຄົ້ນຄວ້າວິສາຫະກິດ, ພາກເອກະຊົນ ແລະ ປະຊາຊົນ… ເພື່ອຮ່ວມແຮງຮ່ວມໃຈເຂົ້າໃນພາລະກິດການຫັນປ່ຽນທັນຍາຫານ, ອາຫານ ເພື່ອຮັບມືກັບທ່າອ່ຽງລວມຂອງທົ່ວໂລກຄືໃນປະຈຸບັນ”.

ຕອບກັບ