ກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການແຫ່ງຊາດ ອາຊຽນ 2020

Chia sẻ
(VOVWORLD) - ຕອນບ່າຍວັນທີ 18 ຕຸລາ, ທີ່ສຳນັກງານລັດຖະບານ, ຄະນະກຳມະການແຫ່ງຊາດ ອາຊຽນ 2020 ໄດ້ຈັດກອງປະຊຸມຄັ້ງທີ 4, ພາຍໃຕ້ການຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບີ່ງມິງ, ປະທານຄະນະກຳມະການແຫ່ງຊາດ.
ກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການແຫ່ງຊາດ ອາຊຽນ 2020 - ảnh 1 ກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການແຫ່ງຊາດ ອາຊຽນ 2020 (ພາບ: TTXVN)

        ສະຫລຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ຕີລາຄາສູງຄວາມມານະພະຍາຍາມຂອງບັນດາອະນຸກຳມະການ, ຄະນະເລຂາ ແລະ ບັນດາກະຊວງ, ສຳນັກງານ, ທ້ອງຖິ່ນທີ່ກ່ຽວຂ້ອງໃນການຜັນຂະຫຍາຍ, ກະກຽມຄວາມພ້ອມໃຫ້ແກ່ອາຍຸການເປັນປະທານ ອາຊຽນ 2020 ຂອງ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງເລຂານຸການໃຫຍ່ກ່ຽວກັບບັນດາວຽກງານຕໍ່ໄປ ຄວນໄດ້ຮັບການຊຸກຍູ້ຜັນຂະຫຍາຍ, ພິເສດແມ່ນບັນດາການເຄື່ອນໄຫວສຳຄັນເລີ່ມຕົ້ນໃຫ້ປີປະທານ ອາຊຽນ 2020 ເຊິ່ງຈະໄດ້ຈັດຕັ້ງຢູ່ ຫວຽດນາມ ໃນຕົ້ນປີ 2020. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ກໍ່ເນັ້ນໜັກວ່າ ປີ 2020 ແມ່ນປີທີ່ມີຫລາຍເຫດການສຳຄັນຂອງພັກ ແລະ ລັດ, ດັ່ງນັ້ນ ຈຶ່ງສະເໜີໃຫ້ບັນດາສະມາຊິກຂອງຄະນະກຳມະການແຫ່ງຊາດ, ບັນດາອະນຸກຳມະການ, ຄະນະເລຂາ ແລະ ບັນດາກະຊວງ, ຂະແໜງການເອົາໃຈໃສ່ ແລະ ສະຫງວນບຸລິມະສິດໃຫ້ແກ່ບັນດາວຽກງານທີ່ກ່ຽວຂ້ອງເຖິງປີປະທານ ອາຊຽນ 2020 ຂອງ ຫວຽດນາມ ໃຫ້ຫລາຍກ່ວາອີກ ຍ້ອນວ່າ ນີ້ທັງແມ່ນຄວາມຮັບຜິດຊອບ ທັງແມ່ນຜົນປະໂຫຍດຂອງປະເທດ ແລະ ປະຊາຊົນ ຫວຽດນາມ.

ຕອບກັບ