ກອງປະຊຸມຄັ້ງທີ 13 ຂອງຄະນະປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ

Chia sẻ
(vovworld) - ປີ 2014, ບັນດາ​ອົງການ​ແນວ​ໂຮມ​ປະ​ເທດ​ຊາດ​ທຸກ​ຂັ້ນ ຕ້ອງ​ປ່ຽນ​ໃໝ່​ເນື້ອ​ໃນ​ວິທີ​ການ​ເຄື່ອນ​ໄຫວ ​ເພື່ອ​ເສີມ​ຂະຫຍາຍ​ທ່າ​ແຮງ​ສັງ​ລວມຂອງ​ບັນດາ​ພາຫະນະ​ສື່​ມວນ​ຊົນ
ກອງປະຊຸມຄັ້ງທີ 13 ຂອງຄະນະປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ - ảnh 1
(ກອງປະຊຸມ​ຄັ້ງ​ທີ 13 ຂອງຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ
​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ)


(vovworld) - ກ່າວ​ຄຳ​ເຫັນ​ທີ່ກອງປະຊຸມ​ຄັ້ງ​ທີ 13 ຂອງຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ​ເຊິ່ງ​​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 12/01 ທີ່​ຮ່າ​ໂນ້ຍ, ທ່ານ​ປະທານ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ: ປີ 2013 ​ແມ່ນ​ປີ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ລັດຖະທຳ​ມະນູນ (ສະບັບ​ປັບປຸງ) ​ແລະ ກົດໝາຍ​ວ່າ​ດ້ວຍ​ທິ່ດິນ (ສະບັບ​ປັບປຸງ). ນີ້​ແມ​່ນບາດກ້າວສຳຄັນ​ໃນ​ການ​ສ້າງ​ລະບອບ​ການ​ເມືອງ ​ແລະ ​ເສດຖະກິດ​ສັງຄົມ​ໃຫ້​ສົມບູນ​ແບບ, ສ້າງ​ປະຖົມ​ປັດ​ໃຈ​ໃໝ່​ໃຫ້​ການ​ຍົກ​ສູງ​ທີ່​ຕັ້ງ, ໜ້າ​ທີ່​ຮັບຜິດຊອບ ​ແລະ ຄວາມ​ສາມາດ​ປະກອບສ່ວນ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ​ເຊິ່ງຕາມ​ນັ້ນ​ແລ້ວ, ທ່ານ​ປະທານ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ວ່າ: ປີ 2014, ບັນດາ​ອົງການ​ແນວ​ໂຮມ​ປະ​ເທດ​ຊາດ​ທຸກ​ຂັ້ນ ຕ້ອງ​ປ່ຽນ​ໃໝ່​ເນື້ອ​ໃນ​ວິທີ​ການ​ເຄື່ອນ​ໄຫວ ​ເພື່ອ​ເສີມ​ຂະຫຍາຍ​ທ່າ​ແຮງ​ສັງ​ລວມຂອງ​ບັນດາ​ພາຫະນະ​ສື່​ມວນ​ຊົນ; ສ້າງ​ລະບົບ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະ​ຊາ​ຊົນ​ກ່ຽວ​ກັບ​ສະພາບ​ການ​ຂອງ​ປະ​ເທດ ​ແລະ ບັນດາ​ທ້ອງ​ຖິ່ນ, ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ໃໝ່​ເພື່ອ​ປະຕິບັດ​ໜ້າ​ທີ່​ເຕົ້າ​ໂຮມ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຂໍ້​ລິ​ເລີ່​ມຂອງ​ປ​ະຊາ​ຊົນ​ທຸກ​ຊັ້ນ​ວັນນະ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃຫ້​ດີກ​ວ່າ ​ເພື່​ອສ້າງສາ ​ແລະ ປົກ​ປັກ​ຮັກ​ສາ​ປ​ເທດ​ຊາດ.

        ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື, ຕີ​ລາຄາ​ກ່ຽວ​ກັບ​ໝາກຜົນ​ວຽກ​ງານ​ແນວ​ໂຮມ​ປະ​ເທດ​ຊາດ​ປີ 2013 ​ແລະ ​ໂຄງການ​ສົມທົບ​ກັນ​​ເປັນ​ເອກະ​ພາບເຄື່ອນ​ໄຫວຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ປີ 2014.