ກອງປະຊຸມຂັ້ນສູງກຸ່ມຄູ່ຮ່ວມມືພະລັງງານ ຫວຽດນາມ |
ບັນດາກອງປະຊຸມຂັ້ນສູງຂອງກຸ່ມຄູ່ຮ່ວມມືພະລັງງານ ຫວຽດນາມ ສຸມໃສ່ເຂົ້າໃນ 5 ຂົງເຂດບຸລິມະສິດແມ່ນພະລັງງານຜະລິດຄືນໃໝ່, ສະມັດຕະພາບພະລັງງານ, ສ້າງໂຄງປະກອບຂະແໜງພະລັງງານຄືນໃໝ່, ສຳຜັດກັບພະລັງງານ, ຖານຂໍ້ມູນ ແລະ ສະຖິຕິພະລັງງານ. ໂດຍຜ່ານການເຄື່ອນໄຫວຂອງບັນດາກຸ່ມປະຕິບັດງານເຕັກນິກ, ກຸ່ມຄູ່ຮ່ວມມືພະລັງງານ ຫວຽດນາມ ໄດ້ຍົກອອກບັນດາຄຳເຫັນ ແລະ ຂໍ້ສະເໜີກ່ຽວກັບການພັດທະນາພະໂຍບາຍ ແລະ ວິວັດການສ້າງແຜນການພັດທະນາຂະແໜງພະລັງງານ.
ທ່ານ Ousmane Dione ຜູ້ອຳນວຍການແຫ່ງຊາດທະນາຄານໂລກປະຈຳ ຫວຽດນາມ (WB) ເປັນປະທານຮ່ວມກຸ່ມຄູ່ຮ່ວມມືພະລັງງານ ຫວຽດນາມ ຢັ້ງຢືນວ່າ WB ຈະສືບຕໍ່ຮ່ວມມືກັບ ຫວຽດນາມ ແລະ ບັນດາຄູ່ຮ່ວມມືພັດທະນາ ເພື່ອສ້າງ “ຂະແໜງພະລັງງານທີ່ມີລະດັບໂລກຢູ່ ຫວຽດນາມ”.