ກອງປະຊຸມກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ 3 ປະເທດຫວຽດນາມ-ລາວ-ກຳປູເຈຍ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 27 ສິງຫາ, ທີ່ ນະຄອນຫຼວງພະນົມເປັນ (ປະເທດກຳປູເຈຍ), ໄດ້ໄຂກອງປະຊຸມກຳມາທິການປ້ອງກັນຊາດແລະປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ 3 ປະເທດຫວຽດນາມ-ລາວ-ກຳປູເຈຍ, ດ້ວຍຫົວຂໍ້ວ່າ: “ບົດບາດໜ້າທີ່ຮັບຜິດຊອບໃນການຕິດຕາມກວດກາຂອງກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບລະຫວ່າງສະພາແຫ່ງຊາດ 3 ປະເທດກຳປູເຈຍ-ລາວ-ຫວຽດນາມໃນວຽກງານກໍ່ສ້າງ, ຮ່ວມມື ແລະ ພັດທະນາເຂດຊາຍແດນໃຫ້ມີຄວາມສັນຕິພາບ ແລະ ມິດຕະພາບ”.
ກອງປະຊຸມກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ 3 ປະເທດຫວຽດນາມ-ລາວ-ກຳປູເຈຍ - ảnh 1ກອງປະຊຸມກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ 3 ປະເທດຫວຽດນາມ-ລາວ-ກຳປູເຈຍ  

 ທີ່ກອງປະຊຸມດັ່ງກ່າວ, ບັນດາກຳມາທິການໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບເສດຖະກິດ-ສັງຄົມຂອງແຕ່ລະປະເທດ, ຕີລາສູງຕໍ່ຜົນສຳເລັດການຮ່ວມມືດ້ານເສດຖະກິດ-ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະການຕ່າງປະເທດໃນໄລຍະຜ່ານມາ. ບັນດາຜູ້ແທນກໍ່ຍັງໄດ້ແລກປ່ຽນຂໍ້ມູນຂ່າວສານ, ວາງທິດທາງການປະຕິບັດຮັກສາຄວາມສະຫງົບລຽບຕາມຊາຍແດນ. ບັນດາຜູ້ແທນກໍ່ໄດ້ເໜັ້ນໜັກເຖິງບົດບາດໜ້າທີ່ຮັບຜິດຊອບຂອງກຳມາທິການໃນວຽກງານການຕິດຕາມ, ກວດກາ ແລະ ຊຸກຍູ້ການຮ່ວມມື ແລະ ພັດທະນາເຂດຊາຍແດນໃຫ້ມີຄວາມສະຫງົບ ແລະ ມິດຕະພາບ. ກ່າວຄຳເຫັນກອງປະຊຸມ, ທ່ານເຈິ່ນຫງອັກແຄັງ, ຮອງຫົວໜ້າກຳມາທິການຜູ້ຮັບຜິດຊອບປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດຫວຽດນາມ, ຢັ້ງຢືນວ່າ:

ນີ້ແມ່ນຈຸດເວລາທີ່ສະດວກເພື່ອໃຫ້ພວກເຮົາພ້ອມກັນທົບທວນຄືນໃນຂະບວນວິວັດແຫ່ງການຮ່ວມມື, ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ ແລະ ບັນດາບັນຫາທີ່ຄວນໄດ້ສືບຕໍ່ຊຸກຍູ້, ເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ ເພື່ອພ້ອມກັນຮ່ວມແຮງຮ່ວມໃຈປະກອບສ່ວນກໍ່ສ້າງເສັ້ນທາງຊາຍແດນໃຫ້ມີຄວາມສັນຕິພາບ ແລະ ມິດຕະພາບ

ຕອບກັບ