ກອງ​ປະ​ຊຸມ Gavi ໃຫ້​ຄຳ​ໝັ້ນ​ສັນ​ຍາ ສະ​ໜອງ​ເງິນກວ່າ 1 ຕື້ USD ເພື່ອ​ພັດ​ທະ​ນາ​ຕະຫຼາດ​ວັກ​ຊິນ ຢູ່​ອາບ​ຟ​ຼິກ​ກາ

Chia sẻ
(VOVWORLD) - ລາຍການເພີ່ມຄວາມໄວໃນການຜະລິດວັກຊິນຢູ່ ອາບຟຼິກກາ ຈະແມ່ນບາດກ້າວທີ່ຈຳເປັນ ມຸ່ງໄປເຖິງຕະຫຼາດວັກຊິນ ທາງການ ຢູ່ ອາບຟຼິກກາ”. 
ກອງ​ປະ​ຊຸມ Gavi ໃຫ້​ຄຳ​ໝັ້ນ​ສັນ​ຍາ ສະ​ໜອງ​ເງິນກວ່າ 1 ຕື້ USD ເພື່ອ​ພັດ​ທະ​ນາ​ຕະຫຼາດ​ວັກ​ຊິນ ຢູ່​ອາບ​ຟ​ຼິກ​ກາ - ảnh 1ພະນັກງານການແພດ ສັກວັກຊິນໃຫ້ແກ່ປະຊາຊົນຢູ່ ອາບຟຼິກກາ (ພາບ: THX/TTXVN)

ບັນດາການນຳໂລກ, ບັນດາກຸ່ມການແພດ ແລະ ບໍລິສັດການຢາ ເຂົ້າຮ່ວມກອງປະຊຸມສຸດຍອດ ອົງການພັນທະມິດ ວັດເຊິນ ແລະ ການສັກວັກຊິນໃນທົ່ວໂລກ (Gavi) ຈັດຂຶ້ນໃນວັນທີ 20 ມິຖຸນາ ໄດ້ປະກາດບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 1,2 ຕື້ USD ເພື່ອຜະລິດວັກຊິນຢູ່ ອາບຟຼິກກາ, ເຊິ່ງແມ່ນສະຖານທີ່ພວມປະເຊີນໜ້າກັບວິກິດການດ້ານການແພດ ລວມທັງໂລກອະຫິວາ ທີ່ພວມເພີ່ມຂຶ້ນ.

ກ່າວຄຳເຫັນໄຂກອງປະຊຸມດັ່ງກ່າວ, ທ່ານປະທານາທາບໍດີ ຝລັ່ງ Emmanuel Macron ໃຫ້ຮູ້ວ່າ ລາຍການເພີ່ມຄວາມໄວໃນການຜະລິດວັກຊິນຢູ່ ອາບຟຼິກກາ ຈະແມ່ນບາດກ້າວທີ່ຈຳເປັນ ມຸ່ງໄປເຖິງຕະຫຼາດວັກຊິນ ທາງການ ຢູ່ ອາບຟຼິກກາ”. ທ່ານ Macron ໃຫ້ຮູ້ວ່າ 75% ຈຳນວນເງິນໜູນຊ່ວຍນີ້ມາຈາກ ເອີລົບ. ໃນນັ້ນ, ເຢຍລະມັນຈະປະກອບ 318 ຕື້ USD ໃຫ້ແກ່ໂຄງການ, ຝລັ່ງລົງທຶນ 100 ລ້ານ USD ແລະ ອັງກິດລົງທຶນ 60 ລ້ານ USD, ພ້ອມກັບບັນດາປະເທດອື່ນໆລວມມີ: ອາເມລິກາ, ການາດາ, ນອກແວ, ຍີ່ປຸ່ນ ແລະ ກອງທຶນ Gates.

ຕອບກັບ