ກໍ່ສ້າງສັງຄົມປອດໄພຕໍ່ໄພທຳມະຊາດ

Chia sẻ
(VOVWORLD) - ວັນທີ 29 ມີນາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານໄພທຳມະຊາດ
ກໍ່ສ້າງສັງຄົມປອດໄພຕໍ່ໄພທຳມະຊາດ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານໄພທຳມະຊາດ

ເພື່ອແນໃສ່ຕີລາຄາສະພາບຕົວຈິງໃນວຽກງານປ້ອງກັນ, ຕ້ານໄພມຳທະຊາດໃນຊຸມປີຜ່ານມາ ແລະ ຍົກອອກບັນດາມາດຕະການຮັບມືທີ່ເໝາສົມໃນໄລຍະຈະມາເຖິງ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:

        “ທັດສະນະຊີ້ນຳກວມລວມທີ່ສຸດ ນັ້ນແມ່ນກໍ່ສ້າງສັງຄົມມີຄວາມປອດໄພຕໍ່ໄພທຳມະຊາດ. ການປ້ອງກັນ, ຕ້ານໄພທຳມະຊາດແມ່ນໜ້າທີ່ຂອງທັງລະບົບການເມືອງ, ຂອງທົ່ວປວງຊົນ, ທົ່ວສັງຄົມ, ປະຕິບັດທິດນຳລັດ ແລະ ປະຊາຊົນພ້ອມກັນປະຕິບັດ; ນຳໃຊ້ແຫຼ່ງກຳລັງຂອງລັດ, ບຸກຄົນພາຍໃນ ແລະ ຕ່າງປະເທດຢ່າງມີປະສິດທິຜົນ. ມີ 2 ປັດໄຈ, ນັ້ນແມ່ນລະບົບການເມືອງຕ້ອງເຂົ້າຮ່ວມ ແລະ ນຳໃຊ້ແຫຼ່ງກຳລັງຂອງສັງຄົມ, ໃນນັ້ນ ມີການລະດົມແຫຼ່ງກຳລັງຈາກພາກເອກະຊົນເຂົ້າຮ່ວມໃນວຽກງານປ້ອງກັນ, ຕ້ານໄພທຳມະຊາດ.

        ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີຮຽກຮ້ອງການປ້ອງກັນ, ຕ້ານໄພທຳມະຊາດຕ້ອງໄດ້ປະຕິບັດຕາມທິດປ້ອງກັນຄວາມສ່ຽງ, ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການຕ້ອງຕິດພັນໜ້າທີ່ສະກັດກັ້ນ, ຕ້ານໄພທຳມະຊາດກັບການວາງແຜນຜັງ, ແຜນການພັດທະນາເສດຖະກິດສັງຄົມ.

 

ຕອບກັບ